ຣາຍການສະແດງ ສລອງວຽງຈັນພ້ອມແລ້ວ
ທຸກພາກສ່ວນ ມີຄວາມພ້ອມ ທີ່ຈະເຂົ້າຮ່ວມ ໃນການສະແດງ ໃນມື້ ສເລີມສລອງ 450 ປີ ນະຄອນຫລວງ ວຽງຈັນ
-
ໂພໄຊສວັດ
2010-11-19 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ເຈົ້າໜ້າທີ່ ກ່ຽວຂ້ອງ ຂອງ ຄນະຜູ້ຈັດ ຕຣຽມການ ສະແດງທັງໝົດ ຂອງມື້ແລງ ວັນສຸກທີ 19 ພຶສຈິກາ 2010 ໄດ້ເວົ້າວ່າ ທຸກພາກສ່ວນ ມີຄວາມພ້ອມ ສົມບູນ 100 ສ່ວນຮ້ອຍ ທີ່ຈະເຂົ້າຮ່ວມ ໃນການສະແດງ ໃນມື້ງານ ສເລີມສລອງ 450 ປີ ນະຄອນຫລວງ ວຽງຈັນ ເພາະວ່າໄດ້ ກະຕຣຽມ ມາຢ່າງໜັກ ເປັນເວລາ ຍາວນານ. ເຈົ້າໜ້າທີ່ຜູ້ນຶ່ງເວົ້າວ່າ:
"ຂ້າພະເຈົ້າ ເຫັນວ່າ ການຝຶກຊ້ອມ ມື້ນີ້ແມ່ນ ເຮົາສາມາດ ເວົ້າໄດ້ວ່າ ປະສົບ ຜົນສຳເຣັດ ແລະ ກໍໄດ້ຕາມ ລະດັບຄາດໝາຍ ທຸກປະການ ມີແຕ່ວ່າ ເທັກນິກ ເລັກໆນ້ອຍໆ ການເຂົ້າການອອກ ຮູບແຖວອີ່ສັງ ແລະ ການປະສານ ແສງ ສີ ສຽງ ມື້ນັ້ນມາ ຈະເຊື່ອວ່າ ຈະມີການ ຕະການຕາ".
ທ່ານເວົ້າຕໍ່ໄປວ່າ ການສະແດງ ທັງໝົດ ມີຢູ່ຫລາຍກວ່າ 10 ຊຸດ ໂດຍຈະມີ ຂະບວນແຫ່ ຂອງ 16 ແຂວງ ຂະບວນແຫ່ ຈາກຊົນເຜົ່າ, ມີການໂດດຈ້ອງ ນາໆຊາດ ແລະ ກິຈະກັມ ຫລາຍໆແນວ. ນອກຈາກນີ້ ກໍຍັງມີ ການສະແດງ ແສງສີສຽງ ຍິ່ງໃຫຍ່ ສົມກັບເປັນມື້ ສເລີມສລອງ ສຳຄັນຂອງຊາດ.
ມື້ສຳຄັນ ທີ່ສຸດ ກໍແມ່ນມື້ ເປີດງານ ສເລີມສລອງ ນະຄອນຫລວງ ວຽງຈັນ ຄົບຮອບ 450 ປີ ຢ່າງເປັນທາງການ. ຕໍ່ຈາກນັ້ນ ກໍຈະມີມື້ ວັນທີ 2 ທັນວາ ຊຶ່ງ ປະຊາຊົນ ບັນດາເຜົ່າ ຈະສລອງ 35 ປີ ຂອງການ ສະຖາປະນາ ສປປລາວ.
ກິຈກັມ ທີ່ສຳຄັນ ໄດ້ເລີ້ມມາ ແຕ່ຕອນເຊົ້າ ຂອງມື້ນີ້ ຊຶ່ງຜູ້ນຳລາວ ແລະ ແຂກທັງພາຍໃນ ແລະ ຕ່າງປະເທດ ໄດ້ວາງພວງມາລາ ຢູ່ ອະນຸສາວະຣີ ນັກຮົບ ນິຣະນາມ, ຫລັງຈາກນັ້ນ ກໍມີການວາງ ກະຕ່າດອກໄມ້ ຢູ່ອະນຸສາວະຣີ ອີກ 4 ບ່ອນ ຄືອະນຸສາວະຣີ ເຈົ້າຟ້າງຸ່ມ, ເຈົ້າໄຊເສດຖາ, ເຈົ້າອະນຸວົງ ແລະ ປະທານ ໄກສອນ ພົມວິຫານ. ສຳລັບພາກແລງ ພິທີ ສເລີມສລອງ ໄດ້ຈັດຂຶ້ນ ຢູ່ສນາມກິລາ ແຫ່ງຊາດຫລັກ 16 ຊຶ່ງ ຈະເລີ້ມແຕ່ ເວລາ 7 ໂມງແລງ ເປັນຕົ້ນໄປ.