ອົງດາໄລລາມະ ຢ້ຽມຢາມເອເຊັຽເສຣີ
ສໍານັກງານ ວິທຍຸ ເອເຊັຽ ເສຣີ ທີ່ ນະຄອນຫລວງ ວໍຊິງຕັນ ດີຊີ ຈັດພິທີ ຕ້ອນຮັບ ການຢ້ຽມຢາມ ຂອງ ອົງດາລັຍ ລາມະ ໃນວັນຄົບຮອບ 15 ປີ ຂອງການ ສ້າງຕັ້ງ ວິທຍຸ ເອເຊັຽ ເສຣີ.
-
ມະນີຈັນ
2011-07-12 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ອົງດາໄລ ລາມະ ຜູ້ນໍາ ທາງດ້ານ ຈິດໃຈ ຂອງ ຊາວທິເບດ ມາຢ້ຽມຢາມ ວິທຍຸ ເອເຊັຽ ເສຣີ ໃນວັນທີ 11 ກໍຣະກະດາ 2011. ຜູ້ເຂົ້າຮ່ວມ ຮັບຟັງ ຄໍາປາສັຍ ທີ່ມີ ຄວາມໝາຍ ສໍາຄັນ ຂອງ ພຣະອົງ ມີ ເຈົ້າໜ້າທີ່ ເອເຊັຽ ເສຣີ ທັງ 9 ຜແນກ ເຊັ່ນ: ລາວ, ທິເບດ ວຽດນາມ, ກັມພູຊາ, ພະມ້າ, ວີເກີ ເກົາຫລີ ມັງດາຣີນ ແລະ ແຄນໂຕນີ.
ອົງດາໄລ ລາມະ ກ່າວສັລເສີນ ການຣາຍງານ ຂ່າວ ຢ່າງມີ ອິສຣະພາບ ຂອງ ວິທຍຸ ເອເຊັຽ ເສຣີ ໃຫ້ແກ່ ສັງຄົມ ໃນປະເທດ ທີ່ບໍ່ເປີດກວ້າງ ທາງດ້ານ ຂ່າວສາຣ. ພຣະອົງ ກ່າວ ປຽບທຽບ ໃນຊ່ວງ ທີ່ມີ ວິທຍຸ ຢູໂຣບ ເສຣີ:
"ພຣະອົງກ່າວວ່າ ຢູໂຣບ ເອເຊັຽ ມີສ່ວນຊ່ວຍ ອັນໃຫຍ່ຫລວງ ໃນການໃຫ້ ຄວາມຮູ້ ແກ່ຜູ້ຄົນ ຢູ່ນອກ ກໍາແພງ Berlin ອັນເປັນສິ່ງ ອໍານວຍ ຄວາມສະດວກ ໃນການໃຫ້ ຂໍ້ມູລ ຂ່າວສານ ໃນຣະຍະ ນັ້ນ ເຖິງແມ່ນວ່າ ຈະມີແນວ ຈໍາກັດ ຢູ່ຫລາຍ ບໍ່ຄືໃນ ປັຈຈຸບັນ ນີ້ ຊຶ່ງ ປະຊາຊົນ ມີແຫລ່ງ ຂໍ້ມູລ ຂ່າວທີ່ ເສຣີ ຫລາຍຂຶ້ນ. ເອເຊັຽ ເສຣີ ມີຄວາມ ສໍາຄັນ ທີ່ສຸດ ແລະ ອໍານວຍ ໃຫ້ຜແນກການ ຕ່າງໆ ຂອງຕົນ ໃຫ້ຂໍ້ມູລ ຂ່າວສານ ແກ່ ປະຊາຊົນ ທີ່ມີ ຄວາມຕ້ອງການ ແຕ່ບໍ່ມີ ອິສຣະພາບ ໃນການ ຮັບຮູ້ ຫລື ຄົ້ນຫາ".
ອົງດາໄລ ລາມະ ໄດ້ກ່າວເຖິງ ຄ່ານິຍົມ ຂອງ ປະຊາທິປະຕັຍ ສິດ ເສຣີພາບ ແລະ ການ ປະຕິບັດ ກົດໝາຍ ໂດຍເນັ້ນເຖິງ ການສຶກສາ ອົບຮົມ ຊື່ງເປັນ ກະແຈ ທີ່ ຄໍ້າປະກັນ ໃຫ້ຫລັກການ ເຫລົ່ານັ້ນ ຄົງຕົວ ຢູ່ໄດ້. ພຣະອົງ ໄດ້ກ່າວເຖິງ ວິກິດການ ແລະ ສະພາບ ການວຸ້ນວາຍ ທີ່ເກີດຂຶ້ນ ຢູ່ ປະເທດຈີນ ເມື່ອຫລາຍປີ ຜ່ານມານີ້ ຊຶ່ງຊົນເຜົ່າ ວີເກີ ແລະ ຊາວ ທິເບດ ໄດ້ປະເຊີນ ແລະ ທີ່ຜ່ານມາ ກໍຢູ່ ມົງໂກເລັຽ ໃນ. ທັງສາມ ເຜົ່າຊົນ ນັ້ນ ພຣະອົງ ບອກວ່າ ຄ້າຍກັບເປັນ ນ້ອງອ້າຍກັນ ໃນບັນຫາ ທີ່ທ້າທາຍ ຂອງ ພວກເຂົາເຈົ້າ.
ອົງດາໄລ ລາມະ ໄດ້ປະກາດ ລາຈາກ ຕໍາແໜ່ງ ຜູ້ນໍາ ທາງການເມືອງ ຂອງຣັຖບານ ພັດຖີ່ນ ທີ່ມີ ສູນກາງ ຢູ່ ນະຄອນ ທັມມະສາລາ ປະເທດ ອິນເດັຽ ແລະ ມີ ນະໂຍບາຍ ເຮັດໃຫ້ ທິເບດ ເປັນເຂດ ປົກຄອງ ຕົນເອງ ທີ່ຍັງຂຶ້ນ ກັບ ປະເທດຈີນ ຢູ່ ຂນະທີ່ ທາງການຈີນ ກ່າວຫາວ່າ ອົງດາໄລ ລາມະ ຕ້ອງການໃຫ້ ທິເບດ ເປັນ ເອກກະຣາດ ແຍກອອກ ຈາກຈີນ.