ໂຮງງານໄຟຟ້າຖ່ານຫີນ ເມືອງຫົງສາ

ກາຣໂຍກຍ້າຍ ປະຊາຊົນ ອອກຈາກພື້ນທີ່ ໂຄງກາຣ ສ້າງໂຮງງານ ໄຟຟ້າ ຖ່ານຫີນ ຫົງສາລິກໄນຕ໌ ຮຽບຮ້ອຍໄປແລ້ວ.

ປັຈຈຸບັນນີ້ ກາຣໂຍກຍ້າຍ ປະຊາຊົນ ອອກຈາກ ເຂຕພື້ນທີ່ ທີ່ຈະໄດ້ຮັບ ຜົລກະທົບ ຈາກໂຄງກາຣສ້າງ ໂຮງງານໄຟຟ້າ ຖ່ານຫີນ ຫົງສາລິຄໄນຕ໌ (Hongsa Lignite) ແຂວງ ໄຊຍະບູຣີ ກໍສຳເຣັຈເປັນທີ່ ຮຽບຮ້ອຍແລ້ວ. ເຈົ້າໜ້າທີ່ແຜນກ ພລັງງານ ແລະບໍ່ແຮ່ ກ່າວວ່າ:

“ຖືວ່າໂຍກຍ້າຍ ຊາວບ້ານ ກໍຖືວ່າ ສຳເຣັຈເນາະ ເຣື່ອງກາຣປະຕິບັຕແຜນ ກໍຄິດວ່າ ຈະບໍ່ມີບັນຫາ ເພາະວ່າເພີ່ນ ຈະເຮັດຣະບົບນັ້ນ ໃຫ້ເນາະ ຣະບົບແບບວ່າ ທັນສມັຍ ລະເນາະ”.

ພ້ອມດຽວກັນນັ້ນ ທ່ານກໍວ່າ ທາງກາຣລາວ ໄດ້ຕົກລົງ ແລະ ເຮັດຄວາມເຂົ້າໃຈ ກັບຊາວເມືອງ ຫົງສາ ເພື່ອຕຣຽມກາຣ ໂຍກຍ້າຍ ອອກຈາກເຂຕພື້ນທີ່ ຈະມີຜົລກະທົບ ແຕ່ປີ 2009 ຜ່ານມາ ແລະ ໄດ້ເຣີ່ມໂຍກຍ້າຍ ປະຊາຊົນ ແຕ່ທ້າຍເດືອນ ມີນາ 2011 ຈົນຮອດດຽວນີ້ ກໍໄດ້ໂຍກຍ້າຍ ປະຊາຊົນ ທັງໝົດ ປະມານ 2,350 ຄົນ ຈາກ 450 ຫລັງຄາເຮືອນ.

ເຈົ້າໜ້າທີ່ລາວ ໄດ້ແຈ້ງເພີ່ມວ່າ ສຳລັບຄ່າຊົດເຊີຍ ກໍມີກາຣຕົກລົງ ຈ່າຍຕາມ ຄວາມເໝາະສົມ ຕາມອັຕຣາທີ່ ພາຄຣັຖ ແລະ ປະຊາຊົນ ເຫັນພ້ອມຮ່ວມກັນ ພ້ອມຍັງໄດ້ ຈັດສັນທີ່ດິນ ແລະ ປຸກເຮືອນໃຫ້ ໃນພື້ນທີ່ປະມານ 450 ແມ໊ຕມົນທົນ ຕໍ່ຄອບຄົວ. ຫາກຄອບຄົວໃດມີ ສະມາຊິກ ຫລາຍກວ່າ 8 ຄົນ ກໍຈະໄດ້ເຮືອນ ຕື່ມອີກ 1 ຫລັງ ແລະ ພື້ນທີ່ຈັດສັນ ໃຫ້ນັ້ນ ກໍມີຣະບົບ ສາທາຣະນະປະໂພຄ ນຳດ້ວຍ ທັ້ງສະຖານີ ອະນາມັຍ ໄຟຟ້າ ແລະນ້ຳປະປາ ພ້ອມກັບມີກາຣ ໃຫ້ຄວາມເບີ່ງແຍງ ປະຊາຊົນ ເຣື່ອງຈັດຫາ ອາຫາຣ ກາຣກິນ ກາຣພັທນາອາຊີພ ໂດຽມີເປົ້າໝາຍ ຊ່ວຍເຫລືອ ປະຊາຊົນ ໃຫ້ມີຣາຍໄດ້ເພີ່ມ ເຖີງ 150% ພາຍໃນ 10 ປີ ຂ້າງໜ້າ.

ຢ່າງໃດກໍຕາມ ເຖີງແມ່ນວ່າ ທາງເຈົ້າໜ້າທີ່ ຂອງ ໂຄງກາຣຢັນຢັນວ່າ ໂຮງໄຟຟ້າ ຫົງສາລິຄໄນຕ໌ ຈະບໍ່ສົ່ງຜົລ ກະທົບ ຕໍ່ສີ່ງແວດລ້ອມ ກໍຕາມ ແຕ່ອົງກາຣ ທີ່ບໍ່ຂຶ້ນກັບ ຣັຖບາລ ຫລື NGOs ກໍຍັງກັງວົນຢູ່ ຍ້ອນເຫດການ ທີ່ເຄີຍມີຂື້ນຢູ່ ໂຮງໄຟຟ້າ ຖ່ານຫີນ “ແມ່ເມາະ” ແຂວງລຳປາງ ປະເທດໄທຍ ມາແລ້ວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org