ນະຄອນຫລວງວຽງຈັນ ມີຄົນຂໍທານຫລາຍຂຶ້ນ

ໃນປັດຈຸບັນ ປາກົດວ່າ ຄົນຂໍທານ ໃນນະຄອນ ຫລວງວຽງຈັນ ມີຫລາຍຂຶ້ນ ອາຈເປັນຍ້ອນວ່າ ຫາວຽກເຮັດບໍ່ໄດ້ ຄ່າຄອງຊີພ ກໍສູງ ຖ້າມີລາຍໄດ້ ກໍຕໍ່າທີ່ສຸດ ລາຍໄດ້ສເລັ່ຽ ຕໍ່ຫົວຄົນ ຂອງ ປະຊາກອນ ກໍຕໍ່າ.


ກົດຟັງສຽງ

ສໍາລັບຊາວ ກະສິກອນ ທີ່ມີລາຍໄດ້ ຈາກ ການກະເສຕ ກໍບໍ່ກຸ້ມຢູ່ກຸ້ມກິນ ຍ້ອນສະພາບແຫ້ງແລ້ງ ຂອງ ດິນຟ້າອາກາດ. ເຫດການທັງໝົດ ສົ່ງຜົນສະທ້ອນ ຕໍ່ສະພາບຂອງສັງຄົມ ໃນປັດຈຸບັນ ຊຶ່ງຄາດວ່າ ເປັນເຫດໃຫ້ ມີຄົນ ຂໍທານຫລາຍຂຶ້ນ. ນາງແກ້ວຄຳຈັນ ສີລາພັກ ຊາວນະຄອນ ຫລວງວຽງຈັນ ເວົ້າວ່າ:

"ແຫ້ງແລ້ງອີ່ຫລີ ເນ໋າະ ຍັງບໍ່ມີນ້ຳຈັກນ່ອຍ ເຮັດນາ ກໍບໍ່ພໍກິນ ເຂົາກໍອອກມາ ຂໍບາງຄົນກໍໄປ ຂໍທານ ໃນວຽງຈັນ ເປັນຈັ່ງຊີ້ແຫລ໋ະ ສະພາບຂະເຈົ້າ ຫັ້ນນ໋ະ".

ນາງເວົ້າຕໍ່ໄປ ວ່າ ພາຍໃນລະຍະ 2-3 ປີ ຜ່ານມານີ້ ເຫັນວ່າ ໃນນະຄອນ ຫລວງວຽງຈັນ ຄົນຂໍທານມີ ຈຳນວນເພີ້ມຂຶ້ນ ຢ່າງວ່ອງໄວ ຊຶ່ງເປັນເຣື້ອງທີ່ ບໍ່ເຄີຍພົບເຫັນ ມາກ່ອນໃນສັງຄົມລາວ,  ແຕ່ຄົນລາວ ໂດຍທົ່ວໄປ ກໍບໍ່ຮູ້ວ່າ ເປັນດ້ວຍເຫດໃດ.

ຫລາຍຄົນ ເຂົ້າໃຈວ່າ ຄົນຂໍທານສ່ວນຫລາຍ ຈະມາຈາກຕ່າງແຂວງ, ທີ່ເຂົ້າມາຫາ ວຽກເຮັດງານທຳ ໃນເມືອງຫລວງ ເມື່ອຫາວຽກບໍ່ໄດ້ ກໍເລີຍມາຂໍທານແທນ ແລະ ຈະມີຈຳນວນ ຫລາຍເພີ້ມຂຶ້ນເລື້ອຍໆ. ຄົນຂໍທານມັກໄປ ຕາມສະຖານທີ່ ທາງດ້ານການທ່ອງທ່ຽວ ໃນເມືອງຫລວງ, ຊຶ່ງເຮັດໃຫ້ ສະຖານທີ່ ທ່ອງທ່ຽວ ດັ່ງກ່າວ ເສັຍພາບພົດ.

ບັນຫາຄວາມທຸກຍາກ ຂາດເຂີນ ແລະ ຄວາມບໍ່ກ້ຳເກິ່ງ ແລະ ເທົ່າທຽມກັນທາງສັງຄົມ ນັ້ນ ເປັນສາເຫດ ສຳຄັນ ກົດດັນໃຫ້ເກີດ ມີຄົນຂໍທານ ຫລາຍຂຶ້ນ, ຊຶ່ງຣັຖບານລາວ ກໍຮູ້ເຖິງ ສະພາບການ ແລະ ພຍາຍາມແກ້ໄຂ ກວດລ້າງ ເລື້ອຍໆມາ ໂດຍສະເພາະ ເມື່ອມີກິຈກັມ ສຳຄັນ ຂັ້ນລະດັບຊາດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org