ຜົນຜລິດຢູ່ພູເບັ້ຍ ຕົກຕໍ່າແຕ່ຍັງກໍາໄຣ
ຜົນຜລິດ ແຮ່ທາດທອງ ເຂັ້ມຂົ້ນ ຂອງ ບໍ່ຣິສັດ ພູເບັ້ຍ ຫລຸດລົງ ເມື່ອສະເລັ່ຽ ໃສ່ແຜນການ ຜົນຜລິດ ປະຈໍາປີ.
-
ສົມເນ
2011-08-08 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ຕາມການ ຖແລງ ຂອງ ປະທານ ບໍຣິສັດ ພູເບັ້ຽ ມາຍນິງ ເມື່ອ ບໍ່ດົນມານີ້. ທ່ານວ່າ ສະເພາະ 6 ເດືອນ ຕົ້ນປີ 2011, ທາງ ບໍຣິສັດ ສາມາດຜລິດ ແຮ່ທາດ ເຂັ້ມຂຸ້ນ ຫລືວ່າ ແຮ່ທາດ ເປັນຝຸ່ນແລ້ວ ໄດ້ທັງໝົດ 124,000 ໂຕນ, ໃນນັ້ນ ມີຄໍາ 27,000 ອອນ, ທອງ 30,000 ໂຕນ, ເງິນ 275,000 ອອນ, ສະເລັ່ຽ ໃສ່ແຜນການ ຜົນຜລິດ ຂອງ ປີແລ້ວ ໄດ້ຕໍ່າກວ່າ ເປົ້າໝາຍ ທີ່ຕັ້ງໄວ້ ນັ້ນຄື: 3 ແສນ ໂຕນ ຕໍ່ປີ.
ເມື່ອກ່ອນນັ້ນ ທ່ານວ່າ ຫລາຍຄົນ ກໍສົນໃຈວ່າ ການຜລິດ ແຮ່ທາດ ເພື່ອສົ່ງອອກ ນັ້ນ ຄືແນວໃດ. ທ່ານວ່າ ແຮ່ທາດ ທີ່ຜລິດ ເພື່ອສົ່ງອອກນັ້ນ ມີລັກສະນະ ເປັນຝຸ່ນ ຫລືເອີ້ນວ່າ ແຮ່ທາດທອງ ເຂັ້ມຂົ້ນ, ໃນນັ້ນມີ ທາດຄໍາ ທອງ ແລະ ເງິນ. ແຮ່ທາດ ຈໍານວນນີ້ ໂດຍມາກ ສົ່ງອອກໄປ ຂາຍໃນ ຕລາດ ປະເທດຈີນ.
ການຜລິດ ຄໍາ, ທອງ, ແລະເງິນ ຢູ່ບໍ່ ພູເບັ້ຽ ນີ້ ແຕກຕ່າງ ກັບ ບໍ່ຄໍາ ເຊໂປນ, ເພາະວ່າ ບໍ່ຄໍາ ເຊໂປນ ຜລິດແຮ່ທາດຝຸ່ນ ເຂັ້ມຂົ້ນ ແລ້ວ ຍັງຕ້ອງ ຜລິດເປັນ ຄໍາສົດ, ເງິນສົດ ແລະ ທອງສົດ ກ່ອນຈະສົ່ງ ອອກໄປ ນອກ ປະເທດ.
ໃນເວລາທີ່ ຣາຄາ ຄໍາ, ທອງ, ແລະ ເງິນ ໃນ ຕລາດໂລກ ຍັງສູງຂື້ນ ຢູ່ນີ້ ທາງ ບໍຣິສັດ ພູເບັ້ຽ ກໍຈະມີ ໂອກາດ ໄດ້ກໍາໄຣ ເຖິງແມ່ນວ່າ ມີຜົນຜລິດ ໜ້ອຍກໍດີ.