ບໍ່ພູຄໍາດໍາເນີນການ ຕາມປົກກະຕິ

ເຫດການ ທີ່ ເກີດຂື້ນ ກັບ ຫນ່ວຍງານ ຮັກສາ ຄວາມປອດພັຍ ທີ່ ບໍ່ພູຄໍາ ຈະບໍ່ສົ່ງ ຜົລກະທົບ ຕໍ່ການ ຜລີດຄໍາ ແລະ ທອງແດງ ແຕ່ຢ່າງໃດ.

ແຜນທີ່ ເມືອງພູຄໍາ ແຂວງວຽງຈັນ ບ່ອນຂຸດຄໍາແລະທອງແດງ mindat.org

ກົດຟັງສຽງ

ບໍຣິສັດ PanAust ຖແລງ ໃນມື້ ວັນຈັນ ວ່າ ເຫດການ ການຍິງຣົຖ ຂອງຫນ່ວຍງານ ຮັກສາ ຄວາມປອດພັຍ ວ່າງອາທີດ ຜ່ານມາ ໃນບໍຣິເວນ ເຂດຜລິດ ທອງແດງ ແລະ ຄຳ ຈະບໍ່ສົ່ງຜົລ ກະທົບ ຕໍ່ ການຜລິດ ແຕ່ຢ່າງໃດ.

ການຜລິດ ແຮ່ທາດ ໃນ ບໍ່ພູຄຳ ຖືກໂຈະ ຊົ່ວຣະຍະນື່ງ ໃນມື້ວັນ ພຸດ ຜ່ານມາ ຫລັງຈາກ ທີ່ມີ ຄົນກຸ່ມນື່ງ ໃຊ້ປືນຍິງ ໃສ່ຣົຖ ຫນ່ວຍຮັກສາ ຄວາມປອດພັຍ. ແຕ່ບໍ່ມີ ໃຜໄດ້ຮັບ ບາດເຈັບ ຍ້ອນ. ການເຂົ້າອອກ ໃນບໍ່ແຮ່ທາດ ຖືກປິດ ຊົ່ວຄາວ.

ທ່ານ Joe Walsh ຜູ້ຈັດການ ດ້ານການຜລິດ ໄດ້ກ່າວຕໍ່ ຫນັງສືພີມ Mining weekly online ວ່າ ການດຳເນີນງານ ໃນບໍ່ແຮ່ ກໍເລີ້ມຄືນ ໃນມື້ວັນເສົາ ແລະ ການຂົນແຮ່ທາດ ໄປໃສ່ກຸດັງ ກໍເລີ້ມຂື້ນ ໃນມື້ ວັນຈັນ. ການດຳເນີນງານ ໃນບໍ່ແຮ່ ກໍ່ເປັນໄປ ດ້ວຍດີ. ທ່ານວ່າ ເຫດການ ຈະບໍ່ສົ່ງຜົລ ກະທົບຕໍ່ ປາຣີມານ ການຜລິດ. ຝ່າຍເຈົ້າຫນ້າທີ່ ກໍກຳລັງ ສືບສວນ ກ່ຽວກັບ ເລື້ອງນີ້ ຢູ່.

ບໍ່ພູຄຳ ເປັນບໍ່ ທອງແດງ ແລະ ບໍ່ຄຳ ໃນຊ່ວງ ໄຕຣມາດ ທີ່ສີ້ນສຸດລົງ ເມື່ອເດືອນ ມີນາ ບໍ່ພູຄຳ ສາມາດຜລິດ ແຮ່ທາດ ທອງແດງ ໄດ້ເຖີງ 15 ພັນໂຕນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org