ຊາວບ້ານລົ້ມປ່ວຍ ບໍ່ຮູ້ສາເຫດ

ຊາວບ້ານ ໃນເມືອງບຸນໃຕ້ ແຂວງຜົ້ງສາລີ ຫລາຍຄົນ ລົ້ມປ່ວຍ ພາຍຫລັງ ກັບຈາກ ຫາຂອງປ່າ ຊື່ງອາຈຖຶກ ສາຣເຄມີ ກໍເປັນໄດ້.

ການສີດຢາ ຂ້າແມງໄມ້ ຫາກບໍ່ປ້ອງກັນ ໃຫ້ຖືກຕ້ອງ ສາຣເຄມີ ຈໍາພວກທີ່ ຜິດກົດໝາຍ ຫຼືທີ່ຖືກ ຫ້າມໃຊ້ ສາມາດເຮັດໃຫ້ ຜູ້ທີ່ສີດ ເກີດອາການ ວິນວຽນ ອາຈຽນອອກມາ ແລະອາຈເສັຍ ຊີວິດໄດ້ FAO web

ທາງຫ້ອງກາຣ ສາທາຣະນະສຸຂ ເມືອງບຸນໃຕ້ ແຂວງຜົ້ງສາລີ ແຈ້ງຕໍ່ ເອເຊັຽເສຣີວ່າ ເຣີ່ມແຕ່ປີຜ່ານມາ ຮອດປັຈຈຸບັນ ມີປະຊາຊົນ ບາງສ່ວນ ທີ່ມີອາຊີພ ຫາເກັບເຄື່ອງປ່າ ຂອງດົງ ຕາມເຂຕພູດອຍ ໄດ້ລົ້ມປ່ວຍ ແບບບໍ່ຮູ້ສາເຫຕ ພາຍຫລັງ ທີ່ພາກັນ ອອກຈາກປ່າ ຊຶ່ງ ທາງເຈົ້າໜ້າທີ່ ກໍບໍ່ສາມາຕ ບອກໄດ້ວ່າ ເກີດຈາກຫຍັງ ກັນແທ້? ພຽງແຕ່ມີ ກາຣສົງສັຍວ່າ ອາຈເປັນ ຜົລກະທົບ ຈາກກາຣໃຊ້ ສາຣເຄມີ ແລະ ຢາຂ້າແມງໄມ້ ໃນກາຣປູກພືຊ ກໍເປັນໄດ້ ເນື່ອງຈາກ ມີກາຣໃຊ້ກັນ ຢ່າງຫລວງຫລາຍ. ດັ່ງເຈົ້າໜ້າທີ່ ຜູ້ໜຶ່ງໄດ້ກ່າວວ່າ:

"ຍາມປີ ກາຍຫັ້ນ ແຕ່ວ່າ ສາເຫຕອັນໃດ ບໍ່ຮູ້ ເພາະວ່າຢູ່ນີ້ ບໍ່ມີບ່ອນປູກເຊື້ອ ມາຈາກກາຣສີດຢາ (ຂ້າ) ຫຍ້າ ຫລືວ່າແມ່ນ ອັນໃດ ກໍບໍ່ຮູ້ນ໋ະ ສາເຫຕມັນ ແຕ່ຂ່າວວ່າ ສີດຢາ".

ພ້ອມດຽວກັນນີ້ ຍານາງກໍວ່າ ພວກທີ່ປ່ວຍ ແລະ ໄປຮັບກາຣປິ່ນປົວ ຢູ່ໂຮງໝໍນັ້ນ ກໍມີອາກາຣ ເບື່ອເມົາ ເປັນວິນ ແລະ ມີຕຸ່ມຕາມຜີວໜັງ ແຕ່ກໍບໍ່ແນ່ວ່າ ເຂົາເຈົ້າໄດ້ກິນ ພືຊຜົລ ທີ່ປົນ ເຈືອກັບ ສາຣເຄມີ ຫລືບໍ ແລະ ຜູ້ປ່ວຍ ກໍບໍ່ມີອາກາຣ ຮ້າຍແຮງ ທີ່ເປັນອັນຕຣາຍ ຕໍ່ຊີວີຕ ແຕ່ປະກາຣໃດ.

ເຈົ້າໜ້າທີ່ລາວ ດັ່ງກ່າວ ໄດ້ເນັ້ນເພີ່ມວ່າ ຊາວກະສິກອນ ໃນເຂຕ ເມືອງບຸນໃຕ້ ກໍເຊັ່ນດຽວ ກັບເຂຕເມືອງອື່ນໆໃນທົ່ວແຂວງ ຜົ້ງສາລີ ມັກຈະສີດຢາ ຂ້າແມງໄມ້ ແລະ ສາຣເຄມີ ໃນກາຣ ປູກພືຊເຊັ່ນ: ຕົ້ນກ້ວຍ ຕົ້ນຢາງພາຣາ ແລະອື່ນໆ ໂດຽທີ່ບໍ່ຄຳນຶງ ເຖີງຜົລກະທົບ ຕໍ່ສີ່ງແວດລ້ອມ ແຕ່ຢ່າງໃດ ແລະ ຫວ່າງມໍ່ໆມານີ້ ທາງແຜນກ ກະສິກັມ ແລະປ່າໄມ້ ເມືອງບຸນໃຕ້ ໄດ້ໃຫ້ຂໍ້ມູລ ວ່າຊາວກິສິກອນ ທີ່ໃຊ້ສາຣເຄມີ ນັ້ນ ສ່ວນໜຶ່ງເປັນ ຊາວຈີນ ທີ່ເຂົ້າເມືອງລາວ ຕາມໂຄງກາຣ "ສອງບວກສາມ" (2 + 3) ຊຶ່ງເຂົາເຈົ້າ ກໍມີກາຣ ນຳເອົາ ສາຣເຄມີ ທີ່ອັນຕຣາຍ ເຂົ້າມານຳດ້ວຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org