ນໍ້າຖ້ວມລົດລົງ ໃນຫຼາຍເຂດແຂວງ
ຣະດັບ ນໍ້າຖ້ວມ ລົດລົງ ຢ່າງຫລວງຫລາຍ ທີ່ ເມຶອງ ປາກເຊ ແຂວງ ຈຳປາສັກ.
-
ສິດນີ
2011-08-15 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ຫ້ອງການ ພັຍພິບັດ ປະຈຳ ແຂວງ ລາຍງານ ວ່າ ໃນທ້າຍ ອາທິດ ນີ້ ທີ່ເມືອງ ປາກເຊ ແຂວງ ຈຳປາສັກ ຣະດັບ ນ້ຳຖ້ວມ ໄດ້ຫລຸດລົງ ຢ່າງ ຫລວງຫລາຍ. ແຕ່ຍັງມີ ໄຮ່ນາ ຂອງ ປະຊາຊົນ ກວ່າ 20 ພັນ ເຮັກຕາ ໃນເຂດ 8 ຫົວເມືອງ ຍັງຖືກ ນ້ຳຖ້ວມຢູ່.
ເຫດ ອຸທະກະພັຍ ເທຶ່ອນີ້ ສົ່ງຜົລ ກະທົບ ໃຫ້ແກ່ ປະຊາຊົນ ກວ່າ 12 ພັນ ຄອບຄົວ. ທ່ານ ຄຳແຕງ ຕຽງວໍຣະວົງ ສະມາຊິກ ຄນະກັມມະການ ກູ້ພັຍພິບັດ ປະຈຳ ແຂວງ ຈຳປາສັກ ກ່າວຕໍ່ ຫນັງສືພິມ ວຽງຈັນ ທາມສ ວ່າ ການເສັຍຊີວິດ ຈາກ ພັຍນ້ຳຖ້ວມ ເທຶ່ອນີ້ ເພິ້ມຂຶ້ນ ເປັນ 4 ຄົນ, ໃນນັ້ນ 3 ຄົນ ແມ່ນເດັກນ້ອຍ ທີ່ຕາຍ ດິກນ້ຳ ໃນເຂດ ເມືອງ ສຸຂຸມມາ ແລະ ເມືອງມອນ ທີ່ ພຍາຍາມ ຈະລອຍ ຈາກບ່ອນ ນ້ຳຖ້ວມ ໄປຫາ ພື້ນທີ່ສູງ ແລະ ອີກນຶ່ງຄົນ ແມ່ນທີ່ ເມືອງ ປາກເຊ ເສັຽຊິວິດ ຍ້ອນອອກ ໄປຊອກຫາ ອາຫານ ການກິນ ໃນເວລາ ນ້ຳຖ້ວມ.
ທ່ານວ່າ ປະຊາຊົນ ປະມານ 600 ຄົນ ຖືກໂຍກຍ້າຍ ຈາກບ້ານເຮືອນ ໄປຢູ່ ພື້ນທີ່ສູງ, ອາສັຍ ຢູ່ໃນວັດ, ຢູ່ໂຮງຮຽນ ຫລື ຢູ່ສູນ ພັຍພິບັດ ຊົ່ວຄາວ ທີ່ທາງການ ແຂວງ ຈັດໃຫ້. ຖນົນຫົນທາງ ຫລາຍສາຍ, ຣະບົບ ຊົລປະທານ ແລະ ຂົວຫລາຍແຫ່ງ ກໍເປ່ເພ. ຖນົນ ເຊຶ່ອມຕໍ່ ໄປຫາ ຫົວເມືອງ ແລະ ຫລາຍ ຫມູ່ບ້ານ ກໍຍັງ ໃຊ້ການ ບໍ່ໄດ້.