ລາວນອກປະເທດປະນາມ ສົນທິສັນຍາ ລາວ-ວຽດ
ສະພາ ຮ່ວມຊາດລາວ ຊຶ່ງເປັນ ອົງການ ຊາວລາວ ນອກປະເທດ ອອກຖແລງການ ປະນາມ ສົນທິສັນຍາ ພິເສດ ສປປລາວ-ວຽດນາມ.
-
ມະນີຈັນ
2012-07-19 -
-
-
Your browser doesn’t support HTML5 audio
ສົນທິສັນຍາ ມິຕພາບ ພິເສດ ລາວ-ວຽດນາມ ລົງວັນທີ 18 ກໍຣະກະດາ 1977 ຢູ່ວຽງຈັນ ຣະຫວ່າງ ທ່ານ ຟາມວັນດົງ ນາຍົກ ຣັຖມົນຕຣີ ວຽດນາມ ແລະ ທ່ານໄກສອນ ພົມວິຫານ ນາຍົກ ຣັຖມົນຕຣີ ສປປລາວ ເພື່ອ ມອບ ປະເທດຊາດ ແລະ ອໍານາດ ທຸກດ້ານ ຂອງລາວ ໃຫ້ວຽດນາມ ຄອບຄອງ ເພື່ອ ຕອບບຸນ ແທນຄຸນ ທີ່ວຽດນາມ ໄດ້ມາຊ່ວຍ ຍຶດອໍານາດໃຫ້ ເມື່ອວັນ ທີ 2 ທັນວາ 1975. ນັບແຕ່ນັ້ນມາ ປະເທດຊາດ ອັນແສນຮັກ ຂອງ ພວກເຮົາ ໄດ້ຖືກປົກຄອງ ແບບ ຜະເດັດການ ໂດຍມີ ພັກການເມືອງ ພັກດຽວ ເຮັດໃຫ້ ປະຊາຊົນ ຕົກທຸກ ໄດ້ຍາກ ຂາດ ສິດເສຣີພາບ ປະເທດຊາດ ລ້າຫລັງ ຕົກຢູ່ໃນ ຈໍາພວກ ປະເທດ ດ້ອຍພັທນາ ແລະ ທຸກຍາກ ທີ່ສຸດ ໃນໂລກ. ຕາມຖແລງການ ຂອງ ສະພາຮ່ວມຊາດລາວ ສະບັບ ລົງວັນທີ 18 ກໍຣະກະດາ 2012.
ຖແລງການ ຂອງ ສະພາ ຮ່ວມຊາດລາວ ທີ່ມີ ທ່ານ ສົມບຸນ ທໍຣະນິນ ເປັນ ປະທານນັ້ນ ບາງຕອນ ຣະບຸວ່າ ບັດນີ້ ໂລກ ໄດ້ມີການ ປ່ຽນທິດທາງ ການປົກຄອງ ໄປທາງ ເສຣີ ປະຊາທິປະໄຕ ແລ້ວ ແຕ່ວ່າ ປະເທດລາວ ເຮົາ ຍັງປົກຄອງ ໂດຍຣະບອບ ຜະເດັດການ ມາກ-ເລນິນ ຢູ່ ຈຶ່ງພາໃຫ້ ປະຊາຊົນ ຍິ່ງທຸກຍາກ ແສນສາຫັດ ຂາດ ອິສຣະພາບ ແລະ ສິດທິຕ່າງໆ ມີແຕ່ ຄວາມຢ້ານກົວ ອໍານາດ ການປົກຄອງ ຢ້ານການ ຈັບກຸມ ຄຸມຂັງ ຕາມອໍາເພີໃຈ ແລະ ນາບຂູ່ ນາໆປະການ ໃນທາງຕຣົງ ແລະ ທາງອ້ອມ.
ຕໍ່ໜ້າ ສະພາບການ ດັ່ງກ່າວ ພວກເຮົາ ຈຶ່ງຮຽກຮ້ອງ ໃຫ້ມີການ ປະຕິຮູບ ຫັນປ່ຽນ ທິດທາງ ການເມືອງ ໂດຍດ່ວນ ຫັນປ່ຽນໄປ ທາງ ເອກກະຣາດ ຂອງຊາດ ບໍ່ຢູ່ໃຕ້ ອໍານາດ ຕ່າງດ້າວ ມີເສຣີ ປະຊາທິປະໄຕ ແລະ ມີຄວາມ ສາມັກຄີ ຖືກຕ້ອງ ປອງດອງກັນ ເພື່ອເຮັດໃຫ້ ລາວ ເຂົ້າກັບ ຍຸກສມັຍ ຂອງໂລກ ຊຶ່ງ ເປັນທິດທາງ ຈະນໍາລາວ ໄປສູ່ຄວາມ ຈະເຣີນ.
ພ້ອມດຽວກັນ ສະພາ ຮ່ວມຊາດລາວ ເພື່ອ ປະຊາທິປະໄຕ ກໍຮຽກຮ້ອງໃຫ້ ທາງການລາວ ລົບລ້າງ ຫລື ທົບທວນ ຄືນໃໝ່ ສັນຍາ ຕ່າງໆກັບ ຕ່າງປະເທດ ທີ່ ຣະເມີດ ອະທິປະໄຕ ຂອງຊາດ ໂດຍສະເພາະ ສັນຍາ ກັບ ປະເທດ ເພື່ອນບ້ານ ຮຽກຮ້ອງ ໃຫ້ມີສິດ ເສຣີພາບ ມີຄວາມ ປອງດອງຊາດ ມີຫລາຍ ພັກການເມືອງ ແລະ ຫັນປ່ຽນ ທິດທາງ ການປົກຄອງ ໃນລາວ.
ໃນຕອນທ້າຍ ຂອງ ຖແລງການ ສະພາ ຮ່ວມຊາດລາວ ຍັງຮຽກຮ້ອງ ໃຫ້ຊາວລາວ ທຸກຖ້ວນໜ້າ ທັງຢູ່ໃນ ແລະ ນອກປະເທດ ລຸກຂຶ້ນ ເຕົ້າໂຮມກັນ ເປັນພລັງດຽວ ເພື່ອເຮັດ ທຸກວິທີທາງ ໃຫ້ມີການ ປະຕິຮູບ ຫັນປ່ຽນ ທິດທາງ ການປົກຄອງ ການເສຖກິດ ແລະ ສັງຄົມ ໃນລາວ ໂດຍດ່ວນ.