ການສໍາຣວດແຮ່ທາດ ບອກໄຊໃນລາວ

ບໍຣິສັດ ອໍຣີເວີ ຈະສໍາເຣັດ ການສໍາຣວດ ແຮ່ທາດບອກໄຊ ໃນລາວ ພາກທໍາອິດ ໃນເດືອນນີ້.


ກົດຟັງສຽງ

ບໍຣິສັດ ຂຸດຄົ້ນແຮ່ທາດ ອໍຣີເວີ ຂອງ ອອສເຕເຣັຽ ຮ່ວມກັບຈີນ ຈະສຳເຣັດ ການສຳຣວດ ແຮ່ທາດບອກໄຊ ທີ່ທົ່ງພຽງ ບໍຣິເວນ ແຂວງຈຳປາສັກ ພາກໃຕ້ ຂອງລາວ ພາກທຳອິດ ໃນກາງເດືອນ ມົກກະຣາ ປີນີ້.

ການສຳຣວດ ດັ່ງກ່າວ ແມ່ນການ ດຳເນີນງານ ໂດຍບໍຣິສັດ ສີໂນມາຍ exploration  ທີ່ມີການ ຮ່ວມທຶນກັບຈີນ ຈະເລີ້ມຢຸດ ການສຳຣວດ ຣະຫວ່າງ ວັນທີ 20 ມົກກະຣາ ໃນຊ່ວງ ບຸນປີໃຫມ່ ຈີນ ແລະ ຈະກັບຄືນ ສຳຣວດອີກໃຫມ່ ໃນສ່ວນທີ່ ເຫລືອ ໃນການເກັບ ຫີນຕົວຢ່າງ ກ່ອນຈະຮອດ ຣະດູຝົນ ປີນີ້.

ບໍຣິສັດ ອໍຣິເວີ ທີ່ຮ່ວມ ຫຸ້ນກັບຈີນ ທຳການສຳຣວດ ແຮ່ທາດບອກໄຊ ໃນເຂດ ທົ່ງພຽງ ບໍຣິເວນ ຄາດວ່າ ຈະມີແຮ່ທາດ ດັ່ງກ່າວ ສະສົມຢູ່ ເປັນຈຳ ນວນຫລວງຫລາຍ ໃນພື້ນທີ່ ປະມານ 487 ກິໂລແມັດ ມົນທົນ ແລະ ຈະສຳເຣັດ ການສຳຣວດ ທັງມົດ ໃນກາງປີ 2011. ການສຳຣວດ ໄດ້ເລີ້ມຂື້ນ ໃນວັນທີ 1 ເດືອນມີນາ ປີ 2010 ບໍຣິສັດ ອໍຣີເວີ ມີຫຸ້ນສ່ວນ ກັບ ບໍຣິສັດຈີນ 49% ໃນການຂຸດຄົ້ນ ແຮ່ທາດ ດັ່ງກ່າວໃນເຂດ ພາກໃຕ້ຂອງລາວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org