ຄວາມເສັຽຫາຍຈາກ ແຜ່ນດິນໄຫວຍັງບໍ່ຮູ້
ຍັງບໍ່ທັນມີ ກາຣຣາຍງານ ກ່ຽວກັບ ຄວາມເສັຽຫາຍ ຈາກແຜ່ນດິນໄຫວ ຢູ່ແຂວງ ໄຊຍະບູຣີ ນັ້ນເທື່ອ.
-
ຫວາດ ສີມູນ
2011-02-25 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ກ່ຽວກັບ ພັຍທັມຊາຕ ແຜ່ນດິນໄຫວ ທີ່ເກີດຂຶ້ນຢູ່ ແຂວງໄຊຍະບູຣີ, ໃນຕອນກາງຄືນ ຂອງມື້ວັນພຸທ ຜ່ານມານັ້ນ ຍັງບໍ່ປາກົດເຫັນທາງກາຣ ກ່ຽວຂ້ອງ ຂອງລາວ ໄດ້ແຈ້ງຢ່າງ ລະອຽດ ກ່ຽວກັບຄວາມ ເສັຽຫາຍຢ່າງ ເປັນທາງກາຣ ແຕ່ຢ່າງໃດເທື່ອ ນອກຈາກທີ່ວ່າ ບ່ອນທີ່ເກີດມີ ແຜ່ນດິນໄຫວນັ້ນ ແມ່ນຢູ່ ຣະຫວ່າງເສັ້ນ ຂນານ ທີ່ 18.55 ອົງສາທາງເໜືອ ແລະ 101.27 ອົງສາ ທາງຕາເວັນອອກ ໂດຽມີຄວາມແຮງ ເຖິງ 4.7 ຕາມເຄື່ອງ ວັຕແທກຣິຄເຕີ໊ຣ໌ (Richter) ແລະ ຄວາມເລິກບໍ່ຕໍ່າກວ່າ 10 ກິໂລແມ໊ຕ ເກີດຂຶ້ນຢູ່ເຂຕພື້ນທີ່ ຣະຫວ່າງ ເມືອງທົ່ງມີໄຊ ແລະເມືອງພຽງ ແຂວງໄຊຍະບູຣີ.
ກ່ຽວກັບຄວາມເສັຽຫາຍ ຕ່າງໆຈາກເຫຕກາຣ ແຜ່ນດິນໄຫວ ຄັ້ງນີ້ນັ້ນ ເຈົ້າໜ້າທີ່ແຂວງ ໄຊຍະບູຣີ ທ່ານໜຶ່ງ ໄດ້ໃຫ້ກາຣຊີ້ແຈງ ແບບບໍ່ເປັນ ທາງກາຣວ່າ:
“ຈຸດສູນກາງ ແລ້ວແມ່ນຢູ່ ຣະຫວ່າງ ເມືອງພຽງ ແລະເມືອງທົ່ງ ປະມານ 70 ເຖິງ 80 ກິໂລແມ໊ຕ (ຈາກເທສບາລ ແຂວງໄຊຍະບູຣີ) ເວົ້າເຣື່ອງໂຄງສ້າງ ທາງອາຄາຣບ້ານເຮືອນ ເປັນຂົວ ອີຫຍັງນີ້ ກໍບໍ່ມີຫຍັງເສັຽຫາຍ ບໍ່ມີຣາຍງານ ເວົ້າເຣື່ອງ ຄວາມເສັຽຫາຍ ໂຕນີ້ເນາະ!”.
ເຖິງແມ່ນວ່າ ບໍ່ມີຣາຍງານ ກາຣເສັຽຫາຍ ຢູ່ເມືອງລາວກໍຕາມ ແຕ່ຄວາມແຮງ ຈາກພັຍທັມຊາຕ ແຜ່ນດິນໄຫວ ໃນລາວຄັ້ງນີ້ ໄດ້ສົ່ງຄວາມສັ່ນ ສະເທືອນໄປຮອດ ຫລາຍພື້ນທີ່ ໃນປະເທສໄທຽ ເຊັ່ນ: ແຂວງນ່ານ ແພ່ ເລີຽ ອຸດອນ ຂອນແກ່ນ ໜອງຄາຍ ແລະ ໜອງບົວລຳພູ ນຳດ້ວຍ.