ການລົງທຶນໃນລາວ ກະທົບຕໍ່ປະຊາຊົນ
ນັກຊ່ຽວຊານ ຕ່າງ ປະເທດ ມີຄວາມ ວິຕົກນໍາ ການລົງທືນ ຈາກ ຕ່າງປະເທດ ໃນລາວ ຈະບໍເປັນ ຜົນດີ ແກ່ ປະຊາຊົນ ລາວ.
-
ສົມເນ
2011-05-23 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ນັກຊ່ຽວຊານ ຂອງ ອົງການ ທີ່ບໍ່ຂື້ນ ກັບ ຣັຖບານ ທີ່ເຮັດວຽກ ຢູ່ ສປປລາວ ມີຄວາມ ເປັນຫ່ວງວ່າ ການລົງທືນ ອັນມະຫາສານ ຈາກຕ່າງ ປະເທດ ຈະບໍ່ເກີດ ຜົນດີ ແກ່ ປະຊາຊົນ ລາວ ຖ້າຫາກວ່າ ບໍ່ມີການ ຄຸ້ມຄອງ ຢ່າງຖືກຕ້ອງ. ໃນຂນະດຽວກັນ ທາງການລາວ ກໍວ່າ ຈະເຕົ້າໂຮມ ຄໍາເຫັນ ເພື່ອສ້າງ ຍຸທສາດ ການລົງທືນ ທີ່ຍືນຍົງ.
ນັກຊ່ຽວຊານ ຕ່າງປະເທດ ອ້າງຕາມ ໂຕເລກ ທາງການ ຂອງລາວວ່າ ກ້ອນເງິນທືນ ທີ່ໄຫລເຂົ້າ ໄປໃນ ສປປ ລາວ ໄດ້ເພີ້ມຂື້ນຈາກ 51 ລ້ານ ໂດລາ ສະຫະຣັດ ຈາກປີ 2001 ຂື້ນເປັນ 13,600 ລ້ານ ໂດລາ ສະຫະຣັດ ໃນປີ 2010 ໂດຍສະເພາະ ການລົງທືນ ຈາກສາມປະເທດ ເພື່ອນບ້ານ:
ຈີນ ວຽດນາມ ແລະ ໄທ ທີ່ມີມູນຄ່າ ເຖິງ 8,000 ລ້ານ ໂດລາ ສະຫະຣັດ ໃນປີ 2010, ແລະວ່າ ໂຕເລກ ການລົງທືນ ຍັງຈະເພີ້ມ ຂື້ນຕື່ມ ເມື່ອໃດຫາກ ຈີນ ເລີ້ມລົງມື ໂຄງການ ໃຫ່ຽໆ ເຊັ່ນໂຄງການ ສ້າງທາງ ຣົດໄຟ ຄວາມໄວສູງ ຈາກ ບໍ່ເຕັນ ມາຫາ ນະຄອນຫລວງ ວຽງຈັນ ທີ່ມີ ມູນຄ່າ 7,000 ລ້ານ ໂດລາ ສະຫະຣັດ.
ໃນຄວາມ ເປັນຈິງ ນັ້ນ ໃນ 4 ເດືອນ ຜ່ານມານີ້ ປະເທດ ທີ່ລົງນາມ ສັນຍາ ການລົງທືນ ໃນໂຄງການ ຂນາດກາງ ແລະໃຫ່ຽ ແມ່ນຈີນ. ນັກຊ່ຽວຊານ ອົງການ ທີ່ບໍ່ຂື້ນ ກັບ ຣັຖບານ ທ່ານ Riot Pals ຊື່ງເປັນຜູ້ ປະສານງານ ຂອງເຄືອຂ່າຍ ອົງການ ມະນຸດ ສະທໍາ 70 ກ່ວາ ອົງການທີ່ ເຮັດວຽກ ຢູ່ໃນລາວ ສະແດງຄວາມ ເປັນຫ່ວງນໍາ ຄວາມສາມາດ ຂອງ ຣັຖບານ ລາວ ໃນການ ຄຸ້ມຄອງ ການຫລັ່ງໄຫລ ຂອງເງິນທືນ ຈໍານວນ ມະຫາສານ ນີ້.
ລາຍງານ ຂອງທະນາຄານ ໂລກວ່າ ປ່າໄມ້ ດິນປູກຝັງ ກະສິກໍັມ ແຫ່ລງນໍ້າ ແລະຄວາມ ສາມາດ ດ້ານເຂື່ອນ ພະລັງງານນໍ້າ ແລະບໍ່ແຮ່ ທາດຕ່າງໆ ປະກອບ ເປັນຊັບສິນ ຂອງ ປະເທດລາວ ຫລາຍກ່ວາ ເຄິ່ງນື່ງ ຂອງຊັບສິນ ຂອງ ປະເທດ ທັງໝົດ. ທາງ ທະນາຄານ ໂລກວ່າ ເປົ້າໝາຍ ຂອງລາວ ທີ່ຢາກຫລຸດ ພົ້ນອອກຈາກ ການເປັນ ປະເທດ ທີ່ທຸກຍາກ ທີ່ສຸດ ພາຍໃນ ປີ 2020 ນີ້ ມີຄວາມ ເປັນໄປໄດ້ ຖ້າຫາກວ່າ ລາວ ໃຊ້ ເສຖກິດ ມະຫາພາກ ແລະ ການປົກຄອງ ເປັນ ບຸຣິມະສິດ ໃນທາງທີ່ ຖືກຕ້ອງ.