ພລັງໄຟຟ້ານໍ້າຢອດ

ອົງການ ທີ່ບໍ່ຂື້ນ ກັບ ຣັຖບານ ສະເໜີ ໃຫ້ສປປລາວ ໃຊ້ລະບົບໄຟຟ້າ ນໍ້າຢອດ.

ການອົບຮົມຂອງ ຜູ້ສື່ຂ່າວ ທັງລາວແລະໄທ ໃນຫົວຂໍ້ "ຮູ້ພລັງງານ ຂອງຕົນເອງ" ທີ່ ມະຫາວິທຍາໄລ ຈຸລາລົງກອນ ບາງກອກ ວັນທີ 18-19 ມົກຣາ 2012 RFA

ກົດຟັງສຽງ

ອົງການ ສາກົນ ທີ່ ບໍ່ຂື້ນກັບ ຣັຖບານ ເຂົ້າຮ່ວມ ກອງປະຊຸມ ການໃຊ້ ພລັງງານ ໃນປະເທດ ລຸ່ມ ແມ່ນໍ້າຂອງ ທີ່ຈັດຂື້ນ ຢູ່ມະຫາວິທຍາໄລ ຈຸລາລົງກອນ ບາງກອກ ປະເທດໄທ ໃນວັນທີ່ 19 ມົກກະຣາ 2012 ໄດ້ສະເໜີ ໃຫ້ປະເທດ ລຸ່ມ ແມ່ນໍ້າຂອງ ໃຊ້ພລັງງານ ແບບມີທາງ ເລືອກ ຫລາຍຂື້ນ ເຊັ່ນ ລະບົບຜລິດ ກະແສໄຟຟ້າ ຈາກ ແສງອາທິດ ລະບົບຜລິດ ໄຟຟ້າ ພລັງນໍ້າຢອດ ເພື່ອຜລິດໄຟຟ້າ ໃຫ້ໝູ່ບ້ານ ໃນເຂດ ຊົນນະບົດ ເນື່ອງຈາກວ່າ ເປັນລະບົບ ທີ່ມີຣາຄາຖືກ ຕິດຕັ້ງງ່າຍ ແລະ ບໍ່ມີຜົນ ກະທົບໃສ່ ສິ່ງແວດລ້ອມ.

ທາງອົງການ ອະທິບາຍວ່າ ໄຟຟ້າ ພລັງນໍ້າຢອດ ຂນາດນ້ອຍ ແມ່ນໃຊ້ ກະແສນໍ້າ ຈາກຫ້ວຍ ຈາກເຊນ້ອຍ ສໍາລັບໝູນ ກົງລໍ້ ນື່ງເຄື່ອງ ສາມາດຜລິດ ໄຟຟ້າ ໄດ້ສູງສຸດ 5 kw ພຽງພໍກັບ ຄວາມຕ້ອງການ ໃຊ້ໃນ ບ້ານເຮືອນ ຣາຄາກໍຖືກ.

ກອງປະຊຸມ ໃນມື້ທີສອງ ຫລາຍອົງການ ສາກົນ ໄດ້ຂື້ນ ອະພິປາຍ ສະເໜີຂໍ້ມູນ ແລະ ຄວາມຄິດເຫັນ ກ່ຽວກັບການໃຊ້ ພລັງງານ ໃນລຸ່ມ ແມ່ນໍ້າຂອງ ອົງການ ສາກົນ ຕ່າງກໍມີ ຄວາມຄິດເຫັນ ແບບດຽວກັນວ່າ ການຈັດການ ພລັງງານ ໃນປະເທດ ລຸ່ມ ແມ່ນໍ້າຂອງ ຄວນຄໍານືງ ເຖິງຜົນ ກະທົບໃສ່ ສິ່ງແວດລ້ອມ ໄປພ້ອມໆກັນ ກັບການ ພັທນາ ເສຖກິດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org