NGO ງົດວຽກງານໃນຊ່ວງ ຣັຖບານທ້ອນໂຮມບ້ານ

ອົງການ ບໍ່ຂື້ນ ກັບ ຣັຖບານ ຢຸດການ ພັທນາ ໃນຣະຫວ່າງ ທີ່ທາງການ ກໍາລັງ ຈະທ້ອນໂຮມ ບ້ານນ້ອຍ ໃຫ້ຮ່ວມເຂົ້າ ເປັນບ້ານໃຫຍ່.


ກົດຟັງສຽງ

ເຈົ້າຫນ້າທີ່ ຈາກ ອົງການ ສາກົນ ປະຈຳເຂດ ພາກເຫນືອ ຂອງລາວ ທ່ານນື່ງ ກ່າວວ່າ ໃນແຜນການ ທີ່ຣັຖບານ ຈະທ້ອນໂຮມ ບ້ານນ້ອຍ ເຂົ້າເປັນ ບ້ານໃຫຍ່ ເພື່ອສະດວກ ໃນການພັທນາ ນັ້ນ ທາງອົງການ NGO ຫລາຍອົງ ການໃນລາວ ໄດ້ຢຸດການ ພັທນາຫມູ່ບ້ານນ້ອຍ ທີ່ຈະຖືກ ໂຍກຍ້າຍ ຍ້ອນວ່າ ຖ້າມີການ ໂຍກຍ້າຍ ຢ່າງແທ້ຈີງ ການພັທນາ ດັ່ງກ່າວ ກໍຈະເສັຽ ງົບປະມານ ລ້າໆ. ທ່ານກ່າວວ່າ:

"ໂຮມບ້ານ ເລັກໃຫຍ່ ຖ້າອົງການ NGO ເຂົ້າໄປພັທນາ ໂຮງຮຽນຂື້ນເນາະ ໄປເຮັດນ້ຳລີນ ຣັຖບານ ຕ້ອງຍ້າຍ ເຂົາຫນີ ເຂົາຫນີແລ້ວ ທີ່ນັ້ນກໍ່ ຈະເສັຽ ງົບປະມານ ລ້າໆແມ່ນບໍ ມັນເປັນ ບັນຫາບອ່ນນີ້".

ທ່ານກ່າວ ຕໍ່ໄປວ່າ ຄວາມບໍ່ແຈ່ມແຈ້ງ ຂອງ ຣັຖບານ ໃນໂຄງການ ທ້ອນໂຮມບ້ານ ນ້ອຍເຂົ້າ ເປັນບ້ານໃຫຍ່ ເຮັດໃຫ້ອົງການ NGO ຫລາຍແຫ່ງ  ບໍ່ຢາກເຂົ້າໄປ ພັທນາເຂດ ບ້ານນ້ອຍ ເພາະຈະຖືກ ໂຍກຍ້າຍ ດ່ັງນັ້ນ ປັດຈຸບັນ ນີ້ກຸ່ມບ້ານນ້ອຍ ໃນລາວ ຈື່ງບໍ່ຖືກ ພັທນາ ຍ້ອນແຜນການ ຂອງ ຣັຖບານ ບໍ່ຈະແຈ້ງ ວ່າຈະໃນປີໃດ 2 ຫລື 5 ປີ ຂ້າງຫນ້າ ຈະມີການ ໂຍກຍ້າຍ ຫລືວ່າ ບໍ່ມີເລີຍ. ທາງການລາວ ຄວນກຳນົດ ວັນເວລາ ທີ່ແນ່ນອນ ແລະຊັດເຈນ ໃນເຣື່ອງນີ້ ບໍ່ດັ່ງນັ້ນ ປະຊາຊົນ ໃນເຂດນັ້ນ ຈະຕົກທຸກ ໄດ້ຍາກ ຫລາຍກວ່າເກົ່າ ເພາະບໍ່ໄດ້ ຮັບການ ພັທນາ ສ້າງສາ.

ທ່ານວ່າ ແຜນການ ທ້ອນໂຮມ ບ້ານນ້ອຍ ເຂົ້າເປັນບ້ານໃຫຍ່ ຂອງຣັຖບານເພື່ອ ສະດວກໃນການ ພັທນານັ້ນ ທີ່ຜ່ານມາ ແຮ່ງສ້າງບັນຫາ ໃຫ້ແກ່ ປະຊາຊົນ ຫລາຍຂື້ນ ເພາະ ພວກຂະເຈົ້າ ໄດ້ປະລະ ໄຮ່ນາຕາກ້າ ໄປຢູ່ບ້ານໃຫມ່ ທີ່ບໍ່ມີພື້ນທີ່ ທຳມາຫາກີນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org