ແຜນຍຸທສາດພັທນາ ຂອງສປປ ລາວ

ໃນ ສປປລາວ ມີການ ຂຍາຍໂຕ ຂອງສັງຄົມ ຢູ່ເມືອງໃຫຍ່ ຢ່າງໄວ ດັ່ງເຊັ້່ນ ພົລເມືອງ ນະຄອນຫລວງ ວຽງຈັນ ກໍມີຈໍານວນ ເພີ້ມຂຶ້ນ ໃນແຕ່ລະປີ ຍ້ອນການ ຂຍາຍໂຕ ທາງ ເສຖກິດ ແລະ ຕລາດແຮງງານ.

ໃນໂຕເມືອງ ນະຄອນຫຼວງວຽງຈັນ ເຂດຖນົນ ສາມແສນໄທ RFA

ກົດຟັງສຽງ

ຄວາມວ່ອງໄວ ໃນການຂຍາຍໂຕ ໄດ້ນໍາເອົາ ບັນຫາ ຫລາຍຢ່າງ ຕິດຕາມມານໍາ ເປັນຕົ້ນ ບັນຫາ ຣົຖຕິດ ໃນເຂດ ເມືອງໃຫຍ່ ແອອັດ ແລະ ບັນຫາ ການບໍຣິຫານ ຮັກສາ ສິ່ງແວດລ້ອມ.

ຣັຖບານ ລາວ ໄດ້ສລຸບແຜນ ແມ່ບົດໃໝ່ ເຮັດໃຫ້ເມືອງເອກ ນະຄອນຫລວງ ວຽງຈັນ ກາຍເປັນເມືອງ ທີ່ມີສີຂຽວ ສະອາດຂຶ້ນ ແລະ ເປັນນະຄອນ ທີ່ໜ້າຢູ່ ຫລາຍຂຶ້ນ ເພື່ອໃຫ້ ນັກລົງທຶນ ຕ່າງປະເທດ ສົນໃຈ ເຂົ້າມາພັທນາ ໃຫ້ເປັນສູນ ການຄ້າ ທຸຣະກິດ ໃນ ພູມີພາຄ.

ໃນເວລານັ້ນ ສປປ ລາວ ກໍຈະສາມາດ ປະຕິບັດ ຕາມຂໍ້ ຕົກລົງ ກ່ຽວກັບ ການຄ້າ ເສຣີອາຊຽນ ໃນປີ 2015 ນີ້ໄດ້ ແລະ ເພື່ອເຂົ້າເປັນ ສະມາຊິກ ການຄ້າໂລກ ໃນ ອະນາຄົດ. ນັກທຸຣະກິດ ທ້ອງຖິ່ນຕ້ອງໄດ້ ປະເຊີນກັບ ການແຂ່ງຂັນ ຈາກພາຍນອກ ຢ່າງແຂງແຮງ.

ສາຍການບິນ ແຫ່ງຊາດລາວ ໄດ້ເລີ້ມບຸກເບີກ ປະເຊີນຕໍ່ ການທ້າທາຍ ໂດຍການຊື້ ເຮືອບິນໃໝ່ 2 ລໍາ ເພື່ອເປີດ ເສັ້ນທາງບິນໃໝ່ ແລະໃຫ້ ບໍຣິການ ຕໍ່ລູກຄ້າ ທີ່ມີຈໍານວນ ເພີ້ມຂຶ້ນເລື້ອຍໆ. ທັງໝົດນີ້ ແມ່ນແຜນ ແນໃສ່ ການພັທນາ ເສຖກິດ-ສັງຄົມ 5 ປີ ຄັ້ງທີ 7 (2011 ຫາ 2015) ແລະ ໃຫ້ຜົນຜລິດ ຮວມຍອດ ພາຍໃນປະເທດ ໄດ້ 8 ສ່ວນຮ້ອຍ ໃນແຕ່ລະປີ ຈົນຮອດ ປີ 2015 ເພື່ອຈະບັນລຸ ໂຄງການພັທນາ ສະຫັດສວັດ ສະຫະ ປະຊາຊາດ ໃຫ້ໄດ້ໃນ ປີ 2020.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org