ເຂື່ອນນໍ້າເທີນ 2 ຢຸດການຜລິດຊົ່ວຄາວ
ເຂື່ອນ ນໍ້າເທີນ 2 ໄດ້ຢຸດ ຜລິດ ກະແສ ໄຟຟ້າ ຊົ່ວຄາວ ເພາະອາຈ ເຮັດໃຫ້ ນໍ້າລົ້ນຝັ່ງ ໃນລໍານໍ້າ ເຊບັ້ງໄຟ.
-
ໂພໄຊສວັດ
2011-08-09 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ເຂື່ອນນໍ້າເທີນ 2 ງົດການຜລິດ ໄຟຟ້າ ຊົ່ວຄາວ ເພາະຫາກຍັງ ປ່ອຍນໍ້າ ລົງສູ່ ລໍານໍ້າ ເຊບັ້ງໄຟ ຢູ່ຕໍ່ໄປ ອາຈເຮັດໃຫ້ເກີດ ນໍ້າຖ້ວມໄດ້. ອີງຕາມ ກະຊວງ ພລັງງານ ແລະ ບໍ່ແຮ່ ໃນ ລາຍງານ ຂອງ ໜັງສືພິມ ວຽງຈັນທາມສ ວັນທີ 8 ສິງຫາ 2011.
ກະຊວງ ສົ່ງເສີມ ແລະ ພັທນາພລັງງານ ໄດ້ອອກ ຖແລງການ ໃນມື້ວັນສຸກ ທີ 5 ສິງຫາ 2011 ວ່າ ເຂື່ອນໄຟຟ້າ ນໍ້າເທີນ 2 ຢູ່ເຂດເມືອງ ຍົມມະລາດ ໄດ້ຢຸດຜລິດ ໄຟຟ້າ ເມື່ອເຫັນວ່າ ລະດັບ ນໍ້າເຊບັ້ງໄຟ ໄດ້ສູງຂຶ້ນ ເຖິງຂີດ ທີ່ ອາດຈະຖ້ວມ ເມືອງມະຫາໄຊ, ຈື່ງໄດ້ເອົາ ມາຕການ ຢຸດປ່ອຍ ນໍ້າ ລົງໃສ່ ນໍ້າເຊບັ້ງໄຟ ແລະ ເພື່ອບໍ່ໃຫ້ ນໍ້າທີ່ຖ້ວມ ຈາກ ທັມມະຊາດ ຍ້ອນຝົນ ຕົກໜັກ ມາຫລາຍມື້ ແລ້ວນັ້ນ ຮຸນແຮງ ຂຶ້ນກວ່າເກົ່າ.
ໃນຖແລງການ ຍັງແຈ້ງ ອີກວ່າ ບໍຣິສັດ ເຂື່ອນນໍ້າເທີນ 2 ຕ້ອງໄດ້ ປະຕິບັດ ຕາມ ຂໍ້ຕົກລົງ ກັບ ຣັຖບານ ທີ່ລະບຸ ວ່າຕ້ອງອັດນໍ້າ ຈາກເຂື່ອນ ຫາກເຫັນວ່າ ລະດັບນໍ້າ ໃນເຂດລຸ່ມ ສູງຂຶ້ນ ເຖິງຂີດ ອັນຕະລາຍ.
ໃນສັປດາ ຜ່ານມາ ມີຝົນຕົກໜັກ ຫລາຍມື້ ຕິດຕໍ່ກັນ ຈົນເຮັດ ໃຫ້ເກີດ ນໍ້າຖ້ວມ ໃນບາງບ່ອນ ສ້າງຄວາມ ເດືອດຮ້ອນ ໃຫ້ຊາວໄຮ່ ຊາວນາ ຢູ່ຕາມ ລໍານໍ້າ ເຊບັ້ງໄຟ ຢູ່ແລ້ວ. ດັ່ງນັ້ນ ເຂື່ອນນໍ້າເທີນ 2 ຕ້ອງໄດ້ ຢຸດ ຜລິດ ກະແສໄຟ ຊົ່ວຄາວ.