ເຂື່ອນນໍ້າເທີນ 2 ຈະຈັດພິທີເປີດ
ແຂວງຄໍາມ່ວນ ເພີ້ມເຂັ້ມງວດ ການປ້ອງກັນ ຄວາມສງົບ ຕຽມໃສ່ ພິທີເປີດ ເຂື່ອນນໍ້າເທີນ 2
-
ໂພໄຊສວັດ
2010-12-07 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ແຂວງຄຳມ່ວນ ເພີ້ມເຂັ້ມງວດ ການປ້ອງກັນ ຄວາມສງົບ ເພື່ອຄວາມເປັນ ລະບຽບຮຽບຮ້ອຍ ແລະ ປ້ອງກັນ ຄວາມວຸ້ນວາຍ ທີ່ອາດຈະ ເກີດຂຶ້ນ ໃນພິທີ ເປີດໃຊ້ ໂຄງການ ເຂື່ອນໄຟຟ້າ ນ້ຳເທີນ 2 ຊຶ່ງຈະຈັດ ຂຶ້ນໃນມື້ ວັນທີ 9 ທັນວາ 2010. ທາງການໄດ້ ຈັດກອງກຳລັງ ທະຫານ ແລະ ຕຳຣວດ ເພື່ອລາດຕະເວນ ໃນສະຖານທີ່ ທີ່ສຳຄັນ ຕ່າງໆ ເພື່ອຫລີກລ້ຽງ ປ້ອງກັນ ເຫດການທີ່ ອາດຈະເກີດຂຶ້ນ. ທ່ານຄຳໄບ ດຳລັດ ເຈົ້າແຂວງ ຄຳມ່ວນ ເວົ້າວ່າ:
"ວຽກງານ ປ້ອງກັນຊາດ ປ້ອງກັນ ຄວາມສງົບ ໂດຍສະເພາະ ແຕ່ລະຍະ ກະຕຽມຊິເປີດ ໂຄງການ ນ້ຳເທີນ 2 ສໍາລັບ ຊ່ວງລະຍະນີ້ ກໍເປັນວຽກ ທີ່ເພີ້ມທະວີ ຂຶ້ນອີກ ກ່ຽວກັບ ວຽກນີ້ ໂດຍສະເພາະ ແມ່ນບັນຫາ ຄວາມສງົບ ຄວາມເປັນ ລະບຽບຮຽບຮ້ອຍ ໃນເຂດ ໂຄງການ ນ້ຳເທີນ 2 ໂດຍສະເພາະ ແຕ່ນີ້ຮອດ ເດືອນ 11 ເດືອນ 12".
ທ່ານຄຳໄບ ເວົ້າຕໍ່ໄປວ່າ ປັດຈຸບັນນີ້ ທາງແຂວງ ຄຳມ່ວນ ໄດ້ປັບປຸງ ສ້ອມແປງ ຖນົນຫົນທາງ ເພື່ອໃຫ້ມີ ຄວາມສະດວກ ເຂົ້າໄປເຖິງ ສະຖານທີ່ ຈັດພິທີເປີດ. ນອກຈາກນີ້ ກໍມີການ ປະດັບ ປະດາ ສະຖານທີ່ ແລະ ຈັດການ ປ້ອງກັນ ຮັກສາຄວາມ ປອດພັຍ ໂດຍມີ ທະຫານ, ຕຳຣວດ, ຕຳຣວດບ້ານ ພ້ອມທັງ ຊາວບ້ານ ພາກັນ ລາດຕະເວນ ແລະ ຍາມຕລອດ 24 ຊົ່ວໂມງ, ເພື່ອເຮັດໃຫ້ ພິທີເປີດ ໂຄງການ ດັ່ງກ່າວ ເປັນໄປດ້ວຍ ຄວາມສງົບ ຮຽບຮ້ອຍດີ ຕາມທີ່ໄດ້ ຄາດໝາຍໄວ້.
ເຂື່ອນນ້ຳເທີນ 2 ໃຊ້ເງິນ ກໍ່ສ້າງ 1 ພັນ 1 ຮ້ອຍລ້ານ ໂດລາ ສະຫະຣັຖ.
ເຂື່ອນດັ່ງກ່າວ ໄດ້ສ້າງໃສ່ ນ້ຳເທີນ ໃນເຂດ ພື້ນທີ່ຮາບສູງ ນາກາຍ ທີ່ເປັນເຂດ ປ່າດົງດິບ ທີ່ມີຄວາມ ອຸດົມສົມບູນ ທີ່ສຸດແຫ່ງນຶ່ງ ຂອງພູມີພາກ ເອເຊັຍ ຕາເວັນອອກ ສ່ຽງໃຕ້. ບໍລິສັດ ເອກກະຊົນ ໄດ້ລົງທຶນສ້າງ ພາຍໃຕ້ ໂຄງການ BOOT ຫລື ສ້າງ, ເປັນເຈົ້າຂອງ, ດຳເນີນການ, ໂອນໃຫ້. ອີງຕາມ ຂໍ້ຕົກລົງ ຫລັງຈາກ 25 ປີ ບໍຣິສັດ ເອກກະຊົນ ຈະໂອນ ກິຈການເຂື່ອນ ໃຫ້ ຣັຖບານ ລາວ.