ເຂື່ອນນໍ້າເທີນ 2 ເຮັດໃຫ້ຊີວິດດີຂື້ນ

ທະນາຄານ ໂລກ ຣາຍງານວ່າ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ລາວ ດີຂື້ນ ຫລັງຈາກ ມີການສ້າງ ເຂື່ອນນໍ້າເທີນ 2.

ໂຮງໝໍ ທີ່ຖືກສ້າງຂື້ນ ໃນຄູ້ມບ້ານ ຈັດສັນນາກາຍ ສໍາລັບໄວ້ ປິ່ນປົວຊາວບ້ານ ໃນທ້ອງຖິ່ນ RFA/Tyler Chapman

ກົດຟັງສຽງ

ທະນາຄານ ໂລກ ຊຶ່ງເປັນ ຜູ້ສນັບສນູນ ການສ້າງ ເຂື່ອນນ້ຳເທີນ 2 ຣາຍງານວ່າ ຊີວິດ ການເປັນຢູ່ ຂອງ ຊາວລາວ ທ່ີ່ອາໄສຢູ່ ບໍຣິເວນ ເຂື່ອນ ດີຂື້ນຫລາຍ ໂດຍສະເພາະ ນັບແຕ່ເວລາ ເຂື່ອນຖືກສ້າງ ສໍາເຣັດມາ.

ທະນາຄານ ໂລກ ຣາຍງານ ຣາຍລະອຽດວ່າ ກ່ອນສ້າງເຂື່ອນ ຊາວລາວທ້ອງຖິ່ນ ທີ່ອາໄສ ຢູ່ ບໍຣິເວນ ຈະສ້າງເຂື່ອນ ບໍ່ມີໂຮງຮຽນ ບໍ່ມີໂຮງໝໍ ບໍ່ມີໄຟຟ້າ ແລະ ບໍ່ມີ ຖນົນຫົນທາງ; ແຕ່ປັດຈຸບັນ ຊາວລາວ ເຫລົ່ານີ້ ໄດ້ໂຍກຍ້າຍ ໄປຢູ່ບ້ານໃໝ່ ຈັດສັນ ຊຶ່ງມີທຸກຢ່າງ ທີ່ກ່າວມາ ນັ້ນ.

ໃນດ້ານ ການສຶກສາ ແຕ່ກ່ອນ ຊາວບ້ານ ສ່ວນຫລາຍອ່ານ ແລະ ຂຽນໜັງສື ບໍ່ໄດ້ ເດັກນ້ອຍ ພຽງແຕ່ 31 ສ່ວນຮ້ອຍ ໄດ້ໄປໂຮງຮຽນ; ແຕ່ປັດຈຸບັນ ເດັກນ້ອຍ ເຖິງ 90 ສ່ວນຮ້ອຍ ໄປໂຮງຮຽນ; ຊາວບ້ານ ຜູ້ນຶ່ງ ເວົ້າກ່ຽວກັບ ເຣື່ອງນີ້ວ່າ: ສຽງ....

ໃນດ້ານການ ຮັກສາ ສຸຂພາບ ແຕ່ກ່ອນ ເດັກນ້ອຍເຖິງ 89 ສ່ວນຮ້ອຍ ມີແມ່ທ້ອງ ອັດຕຣາການ ເສັຍຊີວິດ ຂອງ ແມ່ແລະເດັກນ້ອຍ ສູງ; ແຕ່ປັດຈຸບັນ ມີ ສຸຂສາລາ ມີການກວດ ພຍາດໃຫ້ແກ່ ແມ່ ແລະ ເດັກນ້ອຍ ເປັນປະຈຳ ມີການສັກຢາ ປ້ອງກັນໂຣຄ. ເຊັ່ນດຽວກັນ ໃນດ້ານການ ໄປມາ ແຕ່ກ່ອນ ບໍ່ມີ ຖນົນຫົນທາງ ແຕ່ປັດຈຸບັນ ການໄປມາ ສະດວກສະບາຍ ແລະ ມີໄຟຟ້າໃຊ້. ນັບແຕ່ສ້າງ ເຂື່ອນ ສຳເຣັດມາ ປະຊາຊົນ ລາວ ຢູ່ບ້ານໃໝ່ ເຖິງ 87 ສ່ວນຮ້ອຍ ມີຊີວິດ ການເປັນຢູ່ ດີຂື້ນ.

ເຖິງຢ່າງໃດ ກໍຕາມ ອົງການ ທີ່ບໍ່ຂື້ນ ກັບ ຣັຖບານ ເຖິງ 34 ອົງການ ຣາຍງານ ໃນມື້ກ່ອນ ນີ້ວ່າ ເຂື່ອນ ນ້ຳເທີນ 2 ສົ່ງຜົນ ກະທົບຕໍ່ ສິງແວດລ້ອມ ແລະ ປະຊາຊົນ ທ້ອງຖິ່ນ ຢ່າງໜັກ ເຊັ່ນທຳຣາຍ ປ່າໄມ້ ຕົ້ນໄມ້ ນ້ຳຖ້ວມ ສັດປ່າ ຂາດອາຫານ ແລະ ບ່ອນຢູ່ອາໄສ; ປະຊາຊົນ ເຖິງ 6,300 ຈຳເປັນຕ້ອງ ໂຍກຍ້າຍທີ່ຢູ່ ແລະ ຊາວລາວ ກວ່ານຶ່ງແສນ ຄົນ ທີ່ອາໄສ ຢູ່ທາງພາກລຸ່ມ ຂອງເຂື່ອນ ກຳລັງ ໄດ້ຮັບຜົນ ກະທົບ ຢ່າງແຮງ ເຊັ່ນ ຫາປາໄດ້ ໜ້ອຍລົງ ນ້ຳບົກແຫ້ງ ໃນຍາມແລ້ງ ແລະ ຖ້ວມ ໃນຍາມຝົນ ເຮັດໃຫ້ການ ທຳມາຫາກິ ນບໍ່ໄດ້ດີ ຄືເກົ່າ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org