ນໍ້າພລັງງານອາຫານ ຕ້ອງຊ່ວຍກັນປັບປຸງ

ກອງປະຊຸມ ຄນະກັມມາທິການ ແມ່ນ້ຳຂອງ ທີ່ພູເກັດ ຮຽກຮ້ອງໃຫ້ ຫາຊ່ອງທາງ ທີ່ສ້າງສັນ ກ່ຽວກັບ ບັນຫານ້ຳ ພລັງງານ ແລະ ອາຫານ.

ຊາວລຸ່ມ ແມ່ນໍ້າຂອງ ຖືປ້າຍຄໍາຂວັນ ທີ່ເວົ້າວ່າ ປາຄືຊີວິດ RFA

ກົດຟັງສຽງ

ກອງປະຊຸມ ນານາຊາດ ກ່ຽວກັບ ການບໍຣິຫານ ຈັດການ ໃນປະເທດ ອ່າງແມ່ນ້ຳ ໃນໂລກ ທີ່ໃຊ້ເວລາ 3 ວັນ ທີ່ພູເກັດ ປະເທດໄທ ຂອງບັນດາ ຜູ້ຕັດສີນໃຈ ກ່ຽວກັບ ນ້ຳ ພລັງງານ ແລະ ອາຫານ ຈາກຫລາຍ ປະເທດ ໃນໂລກ ໄດ້ມ້ວນທ້າຍ ດ້ວຍການຮຽກຮ້ອງ ໃຫ້ຊອກຊ່ອງທາງ ທີ່ສ້າງສັນ ກ່ຽວກັບ ບັນຫານ້ຳ ພລັງງານ ແລະ ອາຫານ.

ຜູ້ທີ່ເຂົ້າຮ່ວມ ປະຊຸມ ມີຕົວແທນ ຈາກ 350 ອົງກອນ ຜູ້ຈັດການ ບໍຣິຫານນ້ຳ ຜູ້ນຳປະເທດ ແລະ ອົງການທີ່ ກ່ຽວຂ້ອງ ທົ່ວໂລກໄດ້ ໂອ້ລົມກັນ ກ່ຽວກັບບັນຫາ ຄວາມກົດດັນ ຈາກການໃຊ້ນ້ຳ ຮ່ວມກັນ ໃນຂນະທີ່ມີ ປະຊາກອນ ເພີ້ມຂື້ນ ຢ່າງຫລວງຫລາຍ ໃນໂລກ ບັນຫາ ອາກາດປ່ຽນແປງ ຢ່າງກະທັນຫັນ ບັນຫາ ການຂຍາຍໂຕ ຂອງເຂດເມືອງຫລວງ ໃຫຍ່ໆໃນໂລກ ທີ່ສົ່ງຜົລກະທົບ ຕໍ່ການໃຊ້ນ້ຳ ອາຫານ ແລະ ພລັງງານ.

ກອງປະຊຸມ ດັ່ງກ່າວ ເປັນເຈົ້າພາບ ໂດຍອົງການ ແມ່ນ້ຳຂອງ ແລະ ຣັຖບານໄທ ຊື່ງເປັນພາກສ່ວນ ຂອງການພັທນາ ທີ່ຍືນຍົງ ຂອງອົງການ ສະຫະປະຊາຊາດ ໄດ້ຮຽກຮ້ອງ ໃຫ້ບັນດາ ປະເທດທີ່ຕັ້ງຢູ່ ແຄມນ້ຳ ຫລືອ່າງນ້ຳ ໃນໂລກ ໃຫ້ຊ່ອຍກັນ ຊອກຊ່ອງທາງ ແກ້ໄຂບັນຫາ ຄວາມຂັດແຍ່ງ ທີ່ອາດຈະ ເກີດຂື້ນ ໃນການໃຊ້ນ້ຳ ຮ່ວມກັນ.

ທີ່ປະຊຸມໄດ້ ປຶກສາຫາລືກັນ ກ່ຽວກັບ ການຊອກຊ່ອງທາງ ທີ່ສ້າງສັນ ໃນການ ໃຊ້ນ້ຳ ພລັງງານ ແລະ ອາຫານການກີນ ປາສຈາກ ການຍາດແຍ່ງກັນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org