ໄທຈັດປະຊຸມເຣື້ອງ ສ້າງເຂື່ອນໄຊຍະບຸຣີ

ຄນະກັມມາທິການ ແມ່ນໍ້າຂອງ ໃນໄທ ຈັດປະຊຸມ ເພື່ອໃຫ້ ປະຊາຊົນ ອອກຄວາມຄິດເຫັນ ກ່ຽວກັບ ຜົນກະທົບ ຈາກການສ້າງເຂື່ອນ ໄຊຍະບຸຣີ.

ຄນະກັມມາທິການແມ່ນໍ້າຂອງໃນໄທ ເປີດກອງປະຊຸມໃນ ວັນທີ 10 ເດືອນກຸມພາ 2011 RFA

ກົດຟັງສຽງ

ຄນະກັມມາທິການ ແມ່ນ້ຳຂອງ ໃນໄທ ຈັດກອງປະຊຸມ ກ່ຽວກັບ ໂຄງການສ້າງເຂື່ອນ ກະແສໄຟຟ້າ ໄຊຍະບຸຣີ ໂດຍເນັ້ນໃສ່ ຜົນກະທົບ ຈາກການສ້າງເຂື່ອນ ດັ່ງກ່າວ ທີ່ຈະເກີດຂຶ້ນ ຕໍ່ 4 ປະເທດ ລຸ່ມ ແມ່ນ້ຳຂອງ. ກອງປະຊຸມ ໄດ້ຈັດຂຶ້ນ ຢູ່ເມືອງຊຽງຄານ ແຂວງເລີຍ ປະເທດໄທ ໃນຕອນເຊົ້າ ວັນພຣະຫັດທີ 10 ກຸມພາ 2011 ນີ້.

ໃນກອງປະຊຸມ ໄດ້ມີ ປະຊາຊົນ ເມືອງຊຽງຄານ ເຂົ້າຮ່ວມຢ່າງຫລວງຫລາຍ. ຕາມກົດຂອງການ ສ້າງໂຄງການໃຫຍ່ໆ ຫາກຈະມີຜົນ ກະທົບກະເທືອນ ຂ້າມເຂດຊາຍແດນ ຈຳເປັນຕ້ອງໄດ້ແຈ້ງ ໃຫ້ປະເທດ ເພື່ອນບ້ານ ຮັບຮູ້ກ່ອນການກໍ່ສ້າງ ຈະມີຂຶ້ນ. ຍານາງ ພະກາວັນ ຈຸຣາມະນີ ຜູ້ອໍານວຍການ ວຽກງານ ຂອງຄນະກັມມາທິການ ແມ່ນ້ຳຂອງໄທ ກ່າວວ່າ:

"ໃນການສ້າງເຂື່ອນ ໃສ່ແມ່ນ້ຳຂອງ ສາຍຫລັກ ແນ່ນອນມັນຕ້ອງມີ ຜົນກະທົບ ແລະ ຜົນກະທົບນີ້ມັນ ເປັນເຣື້ອງລະຫວ່າງ ປະເທດ ແລະ ສະມາຊິກຂອງ MRC ກໍຕົກລົງກັນແລ້ວວ່າ ກິຈການໃດໆ ທີ່ເປັນ ເຣື້ອງພາຍໃນປະເທດ ເຮົາຈະບໍ່ເຂົ້າໄປ ກ້າວກ່າຍ ແຕ່ຖ້າໂຄງການນັ້ນ ມີຜົນກະທົບຂ້າມ ຊາຍແດນ ຕົວຢ່າງຖ້າລາວ ຈະສ້າງ ໃນປະເທດລາວ ແຕ່ວ່າມີຜົນກະທົບ ຂ້າມຊາຍແດນ ສປປລາວ ກໍຕ້ອງແຈ້ງໃຫ້ ປະເທດສະມາຊິກ ແລະ ຕ້ອງປຶກສາຫາລື ກັນກ່ອນ".

ຍານາງ ພະກາວັນ ກ່າວຕໍ່ໄປວ່າ ການກໍ່ສ້າງເຂື່ອນ ກະແສໄຟຟ້າ ໄຊຍະບຸຣີ ຈະຕ້ອງໄດ້ ລາຍງານເຜີຍແຜ່ ໃຫ້ຜູ້ທີ່ມີ ສ່ວນໄດ້ສ່ວນເສັຍ ຮັບຮູ້ຢ່າງກວ້າງຂວາງ ແລະ ເພື່ອໃຫ້ປະເທດ ສະມາຊິກໄດ້ມີ ເວລາຮັບຮູ້ ແລະ ພິຈາຣະນາ ກ່ຽວກັບໂຄງການ ເພາະຫາກໂຄງການ ໄດ້ເລີ້ມດຳເນີນການ ໄປແລ້ວ ກໍຈະບໍ່ສາມາດ ເອົາຄືນກັບມາ ໄດ້ຄືເກົ່າອີກ, ເພາະກ່ອນທີ່ໂຄງການ ຂນາດໃຫຍ່ ຈະເກີດຂຶ້ນ ຕ້ອງມີການ ເຫັນພ້ອມກັນ ຂອງຫລາຍໆຝ່າຍ.

ນອກຈາກນັ້ນ ໃນກອງປະຊຸມ ເທື່ອນີ້ກໍເພື່ອ ໃຫ້ປະຊາຊົນ ໃນເຂດເມືອງຊຽງຄານ ແຂວງເລີຍ ປະເທດໄທ ແລະ ເພື່ອນບ້ານທີ່ໃກ້ຄຽງ ໄດ້ອອກ ຄວາມຄິດຄວາມເຫັນ, ຊຶ່ງປະຊາຊົນ ສ່ວນຫລາຍຢືນຢັນ ວ່າ ບໍ່ຕ້ອງການເຂື່ອນ ໄຊຍະບຸຣີ ເພາະຈະມີຜົນ ກະທົບກະເທືອນ ດ້ານສະພາບແວດລ້ອມ ແລະ ຊີວິດການເປັນຢູ່ ຂອງ ປະຊາຊົນ ຢ່າງຫລວງຫລາຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org