ຖືກຟ້ອງຖານທາຣຸນ ບຽດບຽນສັດ

ຜູ້ນໍາເອົາລີງ ເຂົ້າມາພາຍ ໃນປະເທດ ເພື່ອການ ສຶກສາ ຄົ້ນຄວ້າ ຖືກຟ້ອງ ໃນຖານ ທາຣຸນ ສັດ.


ກົດຟັງສຽງ

ນາຍ Robert Matson Conyers ນາຍໜ້າ ຊື້ຂາຍສັດ ຈາກ ຣັຖ Florida ໃນສະຫະຣັຖ ອະເມຣິກາ ຖືກຕັ້ງ ຂໍ້ກ່າວຫາ 10 ກະໂທງ ນັບຕັ້ງແຕ່ປີ 2008 ເປັນຕົ້ນມາ. ເຈົ້າໜ້າທີ່ ກ່າວວ່າ ນາຍ Conyers ໄດ້ສົ່ງລີງ 25 ໂຕ ໄປໃຫ້ຜູ້ ສັ່ງຊື້ ໃນບາງກອກ ປະເທດໄທ ແຕ່ລີງ ທີ່ສົ່ງໄປ ບໍ່ໄດ້ຮັບ ອະນຸຍາດ ໃຫ້ຜ່ານ ຈີນ ຈຶ່ງຖືກ ສົ່ງກັບໄປ Los Angeles ໃນສະຫະຣັຖ ອະເມຣິກາ.

ທະນາຍຄວາມ ຂອງ ນາຍ Conyers ກ່າວວ່າ ລູກຄວາມ ຂອງຕົນ ບໍ່ໄດ້ເປັນຜູ້ ຮັບຜິດຊອບ ໃນການສົ່ງສັດ ແຕ່ຮອງ ອັຍການ ຝ່າຍໂຈດກ່າວ ກ່ຽວກັບ ການເດີນທາງ ທີ່ແສນທຸກ ທໍຣະມານ ຂອງສັດ ຍ້ອນວ່າ ສນາມບິນ ຫລາຍບ່ອນ ບໍ່ອະນຸຍາດ ໃຫ້ຄອກລີງຜ່ານ ແລະ ນາຍ Conyers ກໍຮັບຜິດຊອບ ໃນການ ຂົນສົ່ງ ໂດຍກົງ.

ລີງໄດ້ຖືກສົ່ງ ຂ້າມທະວີບ ໄປມາຫລາຍ 10 ພັນໄມ ຈາກ Miami ສະຫະຣັຖ ໄປ ຈີນ ກັບໄປ Los Angeles 2 ເທື່ອ ພວກລີງໃນຄອກ ຖືກປ່ອຍ ປະລະເລີຍ ຫິວໂຫຍ ຂາດອາຫານ ແລະ ນໍ້າກິນ ໃນທີ່ສຸດ ລີງ 15 ໂຕ ໄດ້ຕາຍໄປ.

ສະຫະຣັຖ ເປັນປະເທດ ທີ່ນໍາລິງ ເຂົ້າມາ ເພື່ອສົ່ງໄປ ສຶກສາຄົ້ນຄວ້າ ໃນຫ້ອງ ທົດລອງ ຫລາຍທີ່ສຸດ ໃນໂລກ. ລີງສ່ວນໃຫຍ່ ຈະມາຈາກ ຟິລິປປິນ ອິນໂດເນເຊັຍ ກີເນັຍ ແລະ ເກນຍາ. ນາຍ Conyers ຫາກຖືກ ຕັດສິນວ່າ ໄດ້ກະທໍາ ຄວາມຜິດ ຈະຕ້ອງຕິດຄຸກ ສູງສຸດ 6 ເດືອນ ແລະ ປັບໃໝ 20 ພັນ ໂດລາ ສະຫະຣັຖ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org