ກົມແຮງງານລາວ ສໍາຣວດຄົນງານຕ່າງຊາດ
ກົມຄຸ້ມຄອງ ແຮງງານ ກໍາລັງສໍາຣວດ ຈໍານວນຄົນງານ ຕ່າງຊາດ ໃນ ສປປ ລາວ ເພື່ອຂື້ນທະບຽນ.
-
ສົມເນ
2010-12-28 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ປັດຈຸບັນນີ້ ກົມແຮງງານ ແລະ ໜ່ວຍງານ ກ່ຽວຂ້ອງ ຂອງລາວ ກໍາລັງສໍາຣວດ ຈໍານວນຄົນງານ ຕ່າງດ້າວ ຜິດກົດໝາຍ ເພື່ອຂື້ນທະບຽນ ໃຫ້ຖືກຕ້ອງ ຕາມກົດໝາຍ. ຄົນງານຕ່າງດ້າວ ຜິດກົດໝາຍ ໃນລາວ ບາງກໍຣະນີ ກໍມີບັນຫາ ຊື່ງກົມແຮງງານ ບໍ່ສາມາດ ຊ່ວຍເຫລືອໄດ້ ດັ່ງທ່ານ ຄໍາຂານ ພິນສວັນ ຫົວໜ້າກົມ ຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສວັດດີການ ສັງຄົມ ນະຄອນຫລວງ ວຽງຈັນ ໄດ້ກ່າວ:
"ກໍາລັງສໍາຣວດ ຢູ່ເພື່ອທີ່ຈະ ໄດ້ຂື້ນທະບຽນ ໃຫ້ເຂົາເຈົ້າ. ກໍາລັງເກັບກໍາ ຈໍານວນ ສະຖິຕິ ຢູ່ວ່າມັນ ສີ່ມີນ້ອຍ ມີຫລາຍປານໃດ ແລະສີ່ຂື້ນ ທະບຽນ ໃຫ້ເຂົາເຈົ້າ ໄດ້ແນວໃດຕື່ມ ສະພາບແຮງງານ ກໍຄືກັນກັບ ຢູ່ໄທ ເຮົາມັນ ບໍ່ສາມາດ ຈະຂື້ນທະບຽນ ໃຫ້ໝົດທຸກຄົນ ໄດ້ເທື່ອດອກ".
ຫລັງຈາກທີ່ ເກັບກໍາ ຈໍານວນຄົນງານ ໄດ້ລະອຽດແລ້ວ ທ່ານວ່າ ຈະຕ້ອງ ປືກສາຫາລື ກັບໜ່ວຍງານ ກ່ຽວຂ້ອງອື່ນໆ ວ່າຈະເຮັດ ແນວໃດ ໃນຂັ້ນຕໍ່ໄປ. ປັດຈຸບັນນີ້ ໂຕເລກ ຈໍານວນຄົນງານ ຕ່າງດ້າວ ທີ່ເກັບກໍາໄດ້ ບໍ່ເປັນ ຈໍານວນແນ່ນອນ.
ໂຕເລກຈໍານວນ ຄົນງານຕ່າງດ້າວ ຜິດກົດໝາຍ ຜ່ານມາ ປະເມີນກັນວ່າ ມີນື່ງແສນ ກ່ວາຄົນ. ບາງແຫ່ລງຂ່າວ ກໍວ່າ ໂຕຈິງ ມີຫລາຍກວ່ານີ້ ເພາະວ່າ ບາງບໍຣິສັດ ຕ່າງປະເທດ ບໍ່ແຈ້ງ ຈໍານວນຄົນງານ ອັນແທ້ຈິງ ໃຫ້ກົມ ແຮງງານຊາບ.
ມີຂ່າວວ່າ ຄົນງານຕ່າງດ້າວ ທີ່ເຮັດວຽກ ໃນບໍຣິສັດ ຕ່າງປະເທດ ຊື່ງມາຈາກ ປະເທດ ຂອງຕົນເອງ ໄດ້ເງິນເດືອນ ຫລາຍກ່ວາ ຄົນງານລາວ ຕັ້ງຫລາຍເທົ່າ. ຄົນງານລາວ ທີ່ເຮັດວຽກ ໃນບໍຣິສັດເລັກ ບໍຣິສັດນ້ອຍ ຂອງຕ່າງປະເທດ ເຮັດວຽກເກີນ ກໍານົດ ວັນນື່ງຫລາຍ ຊົ່ວໂມງ ແຕ່ມີ ຄ່າຈ້າງຕໍ່າ. ເຂົາເຈົ້າບອກວ່າ ບໍ່ກ້າຕໍ່ວ່າ ຕໍ່ຂານ ເພາະບໍ່ມີ ທາງເລືອກ.