ແມ່ນໍ້າຂອງເປັນບ່ອນ ເພາະພັນປາ
ແມ່ນໍ້າຂອງ ເປັນແຫລ່ງ ເພາະພັນປາ ໃຫ້ມີກາຣ ແຜ່ຂຍາຍ ໃຫ້ຫລາຍ ເພີ່ມຂຶ້ນ.
-
ຫວາດ ສີມູນ
2012-05-10 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ຄນະທີມງານ ຂອງນັກວິຈັຍ ຄົ້ນຄວ້າ ຊາວອອສເຕຣເລັຽ ພາກັນເດີນທາງ ໄປຊ່ວຍທາງ ເຈົ້າໜ້າທີ່ ກ່ຽວຂ້ອງໃນລາວ ໃນໂຄງກາຣ ລ້ຽງປາ ແລະຊ່ວຍຮັກສາ ສະຖານທີ່ ເພາະປາ ຫລື ເຂຕນໍ້າລໍາທານ ທັມມະຊາຕ ເພື່ອໝູ່ປາໃຊ້ ເປັນບ່ອນ ວາງໄຂ່ ສຳຫລັບ ປະຊາຊົນ ຈະນໍາມາໃຊ້ ເປັນອາຫາຣ ພາຍຫລັງທີ່ ຈຳນວນປາ ຫລຸດນ້ອຍລົງ ຍ້ອນເຂຕບຶງ ຕາມແມ່ນໍ້າຂອງ ແລະ ຕາມແມ່ນໍ້າ ສາຂາ ຖືກທຳລາຍໄປ ຍ້ອນໂຄງກາຣ ສ້າງເຂື່ອນໃນ ແມ່ນໍ້າຫລາຍໆ ແຫ່ງ ໃນທົ່ວປະເທສ.
ທ່ານ Tim Marsden ໄດ້ແຈ້ງ ຕໍ່ອົງກາຣຂ່າວ ອອສເຕຣເລັຽ ໃນມື້ວັນທີ່ 8 ພຶສພາ ນີ້ວ່າ ໃນຣະຫວ່າງ ທີ່ທີມງານ ຂອງທ່ານ ຢ້ຽມຢາມ ຫລາຍແຫ່ງ ໃນລາວ ກໍໄດ້ພາກັນ ສ້າງຮ່ອງເປັນຂັ້ນໆ ແບບຂັ້ນໃດ ຢູ່ຕາມເຂຕທີ່ ມີເຂື່ອນ ຫລືຝາຍປ້ານນໍ້າ ເພື່ອຊ່ວຍໃຫ້ ຈຳພວກປາ ສາມາຖຂຶ້ນໄປ ໄຂ່ໃນເຂຕນໍ້າ ໜ້າເຂື່ອນໄດ້.
ເຖີງຢ່າງໃດ ກໍຕາມ ທາງຄນະທີມ ຂອງນັກວິຈັຍ ແລະຄົ້ນຄວ້າ ໄດ້ຮັບທຶນ ກາຣຮ່ວມມື ຣະຫວ່າງ ສູນກາງຄົ້ນຄວ້າ ກະສິກັມ ເຂຕ New South Wales ແລະ ກາຣປະມົງ Queensland ອອສເຕຣເລັຽ ໃນມູລຄ່າ 2.2 ລ້ານ ດອລລາຣ໌ ເປັນເວລາ ທັງໝົດ 5 ປີ.