ລະດັບນໍ້າຂອງຕໍ່າສຸດ

ລະດັບນໍ້າຂອງ ບົກຕໍ່າສຸດ ພາຍໃນຮອບ ຫລາຍທົສວັດ ໂດຍສະເພາະ ໃນເຂດ ວຽງຈັນ.

ສະພາບນໍ້າຂອງ ໃນເດືອນຕຸລາ 2010 ໃກ້ກັບຕໍ່ໜ້າວັດຈັນ ນະຄອນຫລວງວຽງຈັນ SN/RFA

ກົດຟັງສຽງ

ຫາກບໍ່ເຫັນ ດ້ວຍຕົນເອງ ກໍຈະບໍ່ເຊື່ອວ່າ ລະດັບນ້ຳຂອງ ລະຫວ່າງ ເດືອນ 10 ເດືອນ 11 ຈະບົກແຫ້ງລົງ ຫລາຍປານນີ້. ຫາກຢຶນຢູ່ສວນ ເຈົ້າອະນຸວົງ ແຄມນ້ຳຂອງ ນະຄອນຫລວງ ວຽງຈັນ ແລ້ວຫລຽວໄປ ທາງຝັ່ງໄທ ກໍຈະເຫັນ ຫາດຊາຍດອນຈັນ ພົ້ນຂື້ນ ເປັນເດີ່ນກວ້າງ ສຸດສາຍຕາ ແລະ ນ້ຳຂອງ ກໍຈະເຫັນ ພຽງໜ້ອຍດຽວ ທີ່ໄຫລ ຢູ່ຟາກ ຝັ່ງໄທ.

ທ່ານ ບຸນເຕີມ ສີສຸພັນທະວົງ ຮອງຫົວໜ້າກົມ ອຸຕຸນິຍົມວິທຍາ ນະຄອນຫລວງ ວຽງຈັນ ອະທິບາຍ ກ່ຽວກັບ ສະພາບ ບົກແຫ້ງຂອງນ້ຳ ໃນແມ່ຂອງວ່າ:

"ມັນອາດຈະມີ ຫລາຍສາເຫດ ຫາກເຮົາມາ ເບິ່ງເຣື້ອງຝົນເນ໋າະ ມັນຝົກຕົກ ຫລາຍໃນລະຍະ ເດືອນ 8 ມາຫາ ເດືອນ 9 ນີ້ ເທົ່ານັ້ນ ແລະ ລະຍະເດືອນ 5 ຫາ ເດືອນ 7 ແລ້ວ ບໍ່ມີຊັ້ນໜາ, ປະຣິມານນ້ຳ ກ໋ະຖືວ່າບໍ່ ຫລາຍເນ໋າະ ເຫດຜົນອື່ນ ຈະກ່ຽວກັບ ປະເທດເພື່ອນບ້ານ ກ໋ະບໍ່ຮູ້ຈັກ, ແຕ່ວ່າອີງຕາມ ສະພາບ ພູມີອາກາດ ເຣື້ອງຝົນຕົກ ນີ້ກ໋ະຖືວ່າ ຕົກໜ້ອຍ, ກ໋ະຖືວ່າ ຜິດປົກກະຕິ ແລ້ວລະດັບ ນ້ຳເນ໋າະ ຖືວ່ານ້ຳ ແຫ້ງສຸດເນ໋າະ ລົງຕໍ່າສຸດ ແລະ ກ໋ະຕິດລົບ ພຸ້ນໜາປີນີ້ ກ໋ະຖືວ່າຜິດ ປົກກະຕິ ນ້ຳຫັ້ນໜາ".

ແຕ່ສະພາບ ລະດັບນ້ຳ ໃນແມ່ຂອງ ບົກແຫ້ງ ກໍບໍ່ໄດ້ ກະທົບກະເທືອນ ໄປທົ່ວທຸກ ພາກສ່ວນຂອງ ປະເທດເທື່ອ. ດັ່ງຢູ່ແຂວງ ບໍ່ແກ້ວ ທາງພາກເໜືອ ຂອງລາວ, ເຈົ້າໜ້າທີ່ ຈາກຫ້ອງການ ຂ່າວສານ ປະຈຳແຂວງ ບໍ່ແກ້ວ ເວົ້າກັບ ຜູ້ສື່ຂ່າວ ເອເຊັຽເສຣີວ່າ:

"ບໍ່ປີນີ ບໍ່ປານໃດ ປີແລ້ວນີ້ ບົກແຫ້ງຫລາຍ ປີນີ້ນີ່ ທັມມະດາ ບົກຢູ່ບໍ່ຫລາຍ ກວ່າປີຜ່ານມາ ປີນີ້ ເຮືອຍັງແລ່ນເປັນ ປົກກະຕິຢູ່ ຄືເຮືອບັກ ມັນຍັງຂ້າມ ສົ່ງສິນຄ້າ ໄປໆມາໆ ຍັງປົກກະຕິຢູ່. ສຳລັບ ຄວາມຕ້ານແຮງ ຍັງບໍທັນມີ ການປຶກສາ ຫາລືຫຍັງ ຍັງບໍ່ໄດ້ ເວົ້າຫຍັງເທື່ອ ປີນີ້ກໍຍັງ ບໍ່ທັນມີ ວີ້ແວວຫຍັງ".

ໃນເວລາ ດຽວກັນ ທະນາຄານ ພັທນາເອເຊັຍ ADB ຄາດການວ່າ ຫາກປະຣິມານ ການໃຊ້ນ້ຳ ເປັນໄປຕາມ ປົກກະຕິ ດັ່ງທຸກມື້ນີ້ ການຂາດດຸນ ນ້ຳຂອງເອເຊັຍ ຈະມີຢູ່ ປະມານ 40 ສ່ວນຮ້ອຍ ພາຍໃນ ປີ 2030. ສ່ວນປະເທດ ພູມີພາກ ລຸ່ມແມ່ນ້ຳຂອງ ຊຶ່ງມີພະມ່າ, ລາວ, ໄທ, ກຳພູຊາ ແລະ ວຽດນາມ ກໍຈະຕົກຢູ່ ໃນສະພາບ ດຽວກັນ ຫາກລະດັບນ້ຳ ໃນແມ່ຂອງ ຍັງບົກແຫ້ງ ຢູ່ເລື້ອຍໆ ບໍ່ວ່າຍ້ອນ ການປ່ຽນແປງ ຂອງສະພາບ ດິນຟ້າອາກາດ, ຍ້ອນຝົນຕົກໜ້ອຍ ຫລາຍໆປີ ຕິດຕໍ່ກັນ, ຍ້ອນການຕັດໄມ້ ທຳລາຍປ່າ ຫລືຍ້ອນຈີນ ສ້າງເຂື່ອນ ຕັນພາກເທິງ ຂອງແມ່ນ້ຳຂອງ ກໍຕາມ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org