ເຈົ້າໜ້າທີ່ຂັ້ນສູງ ລາວ-ຈີນພົບກັນ

ໃນວັນພຣະຫັດ ເຈົ້າໜ້າທີ່ ຂັ້ນສູງ ຈາກ ສປປ ລາວ ຈໍານວນ 20 ຄົນ ນໍາໂດຍ ທ່ານ ຈັນສະໝອນ ຈັນຍະລາດ ໄດ້ພົບປະ ກັບເຈົ້າໜ້າທີ່ ຂັ້ນສູງ ພັກ ຄອມມູຍນິສ ຈີນ ທ່ານ ລີວກີ ສະມາຊິກ ກົມການເມືອງ ສູນກາງພັກ.


ກົດຟັງສຽງ

ການເດີນທາງໄປ ຢ້ຽມຢາມ ປະເທດຈີນ ຂອງຄນະ ເຈົ້າໜ້າທີ່ ຂັ້ນສູງ ສປປ ລາວ ເທື່ອນີ້ ກໍເພື່ອແລກປ່ຽນ ບົດຮຽນ ກັບຝ່າຍຈີນ ໃນດ້ານການ ນໍາພາ ແລະ ການປົກຄອງ ຕາມລາຍງານ ໜັງສືພິມ ທາງການຈີນ.

ລາຍງານວ່າ ໃນເວລາ ພົບປະກັນນັ້ນ ທ່ານ ລີວກີ ໄດ້ຍົກຍ້ອງ ຄວາມ ເປັນມິຕພາບ ທີ່ເຄີຽມີມາ ແລະ ຄວາມສັມພັນ ຣະຫ່ວາງ ຈີນກັບລາວ ໃນປັດຈຸບັນ. ທ່ານ ລີວກີວ່າ ພັກແລະຣັຖບານ ຈີນ ຖືວ່າ ຄວາມສັມພັນ ກັບ ສປປ ລາວ ມີຄວາມສໍາຄັນ ແລະ ຈະສືບຕໍ່ ເຮັດວຽກຮ່ວມກັນ ຕໍ່ໄປເພື່ອໃຫ້ ຄວາມສັມພັນ ສອງຝ່າຍ ແໜ້ນແຟ້ນຂື້ນ.

ທ່ານ ຈັນສະໝອນ ຈັນຍະລາດ ກັມມະການ ສູນກາງພັກ ແລະ ເປັນຮອງ ຣັຖມົນຕຣີ ປ້ອງກັນ ປະເທດກ່າວວ່າ ຄວາມເຊື່ອຖື ຊື່ງກັນແລະກັນ ດ້ານການເມືອງ ແລະ ການຮ່ວມມືກັນ ໃນຫລາຍຂົງເຂດ ວຽກງານ ຕ່າງໆກໍາລັງ ຂຍາຍໂຕ ແລະ ອອກໝາກອອກຜົນ ແລະວ່າ ສປປ ລາວ ຈະພຍາຍາມສຸດຂີດ ເພື່ອເຮັດໃຫ້ ຄວາມສັມພັນ ນີ້ແໜ້ນແຟ້ນ ຂື້ນເຊັ່ນກັນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org