ໄມ້ຊນິດດີຈາກລາວ ຖືກລັກເຂົ້າໄທຢູ່ຕລອດ

ເຈົ້າໜ້າທີ່ໄທຽ ຈັບໄມ້ ເນື້ອແຂງ ຫຼາຍຊນິດໄດ້ ທີ່ຊຸກເຊື່ອງ ໄວ້ຢູ່ຕາມບ້ານ ຫລາຍບ່່ອນ ໃນໄທຽ ຊຶ່ງໄມ້ສ່ວນໜຶ່ງ ແມ່ນຖືກ ລັກລອບ ສົ່ງໄປຈາກ ເມືອງລາວ.


ກົດຟັງສຽງ

ເຈົ້າໜ້າທີ່ ໄທຽ ໄດ້ຈັບ ຜູ້ຕ້ອງຫາ ຄ້າໄມ້ເຖື່ອນ ຊຶ່ງສ່ວນຫລາຍ ແມ່ນຄ້າໄມ້ ຂະຍຸງ ທີ່ລັກຊຸກເຊື່ອງ ໄວ້ຢູ່ຕາມ ກ້ອງຕະລ່າງ ບ້ານເຮືອນ ຂອງ ປະຊາຊົນ ໃນເຂຕ ພາກອີສານ ຂອງໄທຽ ເພື່ອຕຣຽມສົ່ງ ອອກຂາຍ ໄປປະເທສຈີນ ແລະ ວຽຕນາມ ທີ່ໄດ້ຣາຄາ ດີກວ່າຂາຍ ໃນປະເທສໄທຽ ທາງເຈົ້າໜ້າທີ່ ຈາກໜ່ວຍງານ ພິເສດ ຈຶ່ງໄດ້ຕິດຕາມ ຄົ້ນຫາ ແລະສາມາຖ ຈັບໄມ້ໄດ້ຢູ່ 5 ແຫ່ງດ້ວຍກັນ.

ໜັງສືພີມ The Nation ຂອງໄທຽ ໄດ້ແຈ້ງ ໃນມື້ວັນ ພຣະຫັດ ນີ້ວ່າ ໃນຂນະທີ່ ເຂົ້າກວດຄົ້ນບ້ານ ແຫ່ງໜຶ່ງ ໃນເຂຕເມືອງ ທ່າອຸເທນ ແຂວງ ນະຄອນພະນົມ ກົງກັນຂ້າມກັບ ເມືອງ ຫິນບູນ ແຂວງຄຳມ່ວນ ກໍພົບເຫັນ ໄມ້ຂະຍຸງ 89 ທ່ອນ ແລະ ໄມ້ຊນິດອື່ນໆ ອີກ 26 ທ່ອນ ພ້ອມກັບ ຣົຖກະບະ 2 ຄັນ.

ຈາກນັ້ນ ກໍຈັບຜູ້ ຕ້ອງຫາ ໄດ້ອີກ 2 ຄົນ ຢູ່ເຂຕ ເມືອງແພງ ນະຄອນພະນົມ ເຊັ່ນກັນ ພ້ອມກັບຣົຖ ກະບະໜຶ່ງຄັນ ແລະ ໄມ້ຂະຍຸງ 43 ທ່ອນ ພ້ອມກັບ ໄມ້ຊນິດອື່ນໆ ທີ່ແປຮູບແລ້ວ ຮວມທັງໝົດ ກວ່າ 470 ມັດ ທີ່ຖືກລັກລອບ ຂ້າມໄປ ຈາກຝັ່ງລາວ.

ນອກຈາກນັ້ນ ເຈົ້າໜ້າທີ່ ຍັງຈັບ ຜູ້ຕ້ອງຫາ ໄດ້ຕື່ມຜູ້ໜຶ່ງ ຢູ່ໃກ້ກັບ ໂຮງຂ້າສັຕ ພ້ອມກັບ ໄມ້ຂະຍຸງ 31 ທ່ອນ ແລະໄມ້ເນື້ອແຂງ ຊນິດອື່ນໆ ນຳອີກກວ່າ 70 ກວ່າທ່ອນ ຊຶ່ງທາງກາຣ ກ່ຽວຂ້ອງ ຂອງໄທຽ ຈະ ດຳເນີນກາຣ ຕິດຕາມ ສືບສວນຕໍ່ໄປ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org