ການລ່ວງຣະເມີດຕັດໄມ້ ໃນທີ່ດິນຊາວບ້ານ
ການຕັດໄມ້ ອອກຈາກຫນ້າ ເຂື່ອນ ໃນລາວ ເກີດມີການ ລ່ວງລໍ້າ ເຂົ້າໄປຮອດ ປ່າໄມ້ ໃນພື້ນທີ່ດິນ ຂອງ ຊາວບ້ານ.
-
ສິດນີ
2012-05-23 -
-
-
Your browser doesn’t support HTML5 audio
ເຈົ້າຫນ້າທີ່ ຈາກກະຊວງ ພລັງງານ ແລະບໍ່ແຮ່ ທີ່ນະຄອນຫລວງ ວຽງຈັນ ທ່ານນື່ງ ເວົ້າວ່າ ການໃຫ້ ສຳປະທານ ທີ່ດີນ ໃນໂຄງການໃຫຍ່ໆ ເຊັ່ນການສ້າງເຂື່ອນ ສ່ວນຫລາຍ ຕ້ອງໄດ້ ຕັດຕົ້ນໄມ້ ອອກຈາກຫນ້າເຂື່ອນ ຈາກກຸ່ມ ທີ່ໄດ້ຮັບ ສຳປະທານ ແຕ່ໃນຫລາຍ ກໍຣະນີ ກຸ່ມນັກລົງທືນ ຈະຕັດກວມ ເອົາປ່າໄມ້ ໃນບໍຣິເວນ ອ້ອມແອ້ມ ຊື່ງເປັນຂອງ ປະຊາຊົນ ໃນຫລາຍພື້ນທີ່ ໂດຍສົມຮູ້ຮ່ວມຄິດ ກັບເຈົ້າຫນ້າທີ່ ຂອງຣັຖ ດ່ັງທ່ານກ່າວວ່າ:
"ສ່ວນຫລາຍມັນ ກໍແມ່ນທີ່ດີນ ພົວພັນກັບໄມ້ ເພາະວ່າ ໄມ້ເກີດໃນ ທີ່ດີນ ຂອງປະຊາຊົນ ຢ່າງເຊັ່ນເຂດ ດີນສວນດີນໄຮ່ ຂອງຂະເຈົ້າ ກ່ຽວກັບເລື້ອງ ຄໍຣັບຊັນ ກໍຄືເຂດໄມ້ ເຂດພື້ນທີ່ ສຳປະທານ ແຕ່ວ່າ ເປັນພື້ນທີ່ຂອງ ປະຊາຊົນ ຕົກຢູ່ໃນ ທີ່ນັ້ນ ມີຫລາຍກໍຣະນີ ນັກລົງທືນ ຫລືວ່າ ຜູ້ຄໍຣັບຊັນ ເຂົາຢາກໄດ້ ຜົລປໂຍດຈາກ ທີ່ນັ້ນ ເຂົາກໍຈະເອົາເລີຍ ບໍ່ແທນຄືນ ໃຫ້ປະຊາຊົນ".
ເຈົ້າຫນ້າທີ່ ທ່ານນັ້ນກ່າວ ຕໍ່ໄປວ່າ ທີ່ຜ່ານມາມີ ກໍຣະນີ ດັ່ງກ່າວເກີດຂື້ນ ຫລາຍຄືຕັດໄມ້ ໃນເຂດໃກ້ຄຽງ ພື້ນທີ່ ສຳປະທານ ຊື່ງເປັນພື້ນທີ່ ຂອງປະຊາຊົນ ບາງກໍຣະນີກໍ ໃຫ້ຄ່າຊົດເຊີຍ ແຕ່ສ່ວນຫລາຍ ແລ້ວ ບໍ່ມີເລີຍ ຊື່ງປະຊາຊົນ ກໍບໍ່ກ້າປາກ ກ້າເວົ້າ ແລະປະທ້ວງໄດ້ ຍ້ອນຢ້ານ ອຳນາດຣັຖ ເພາະຮູ້ວ່າ ຖ້າປະທ້ວງກໍ ຈະສ້າງບັນຫາ ໃຫ້ແກ່ໂຕເອງ ແລະຄອບຄົວ. ນັກລົງທືນ ຕ່າງຊາດ ຈະຮ່ວມຫົວ ກັບນັກລົງທືນ ລາວແລະ ເຈົ້າຫນ້າທີ່ຣັຖ ທ່ານກ່າວ ເພີ້ມອີກວ່າ:
"ຄົນລາວ ແລະກໍຄົນຕ່າງ ປະເທດກໍມີ ເອກກະຊົນລາວ ກັບເອກຊົນລາວ ຮ່ວມກັບ ຣັຖບານ".
ສປປລາວ ມີແຜນການ ທີ່ຈະສ້າງເຂື່ອນ ໄຟຟ້າ ໃຫ້ໄດ້ຢ່າງນ້ອຍ 70 ເຂື່ອນ ເພື່ອຈະຂາຍ ໄຟຟ້າ ໃຫ້ແກ່ປະເທດ ເພື່ອນບ້ານ ແຕ່ການສ້າງສາ ເຕັມໄປດ້ວຍ ການສໍ້ຣາສ ບັງຫລວງ ຊື້ຈ້າງຈອບອອຍ ຈາກເຈົ້າຫນ້າທີ່ ຂອງຣັຖ.