ໂຄງການເຊື່ອມໂຍງເສັ້ນທາງ ລາວ-ໄທ
ຣັຖບານໄທ ອະນຸມັດ ເງີນກູ້ 718 ລ້ານບາດ ໃນໂຄງການ ເຊື່ອມໂຍງ ຖນົນ ຣະຫວ່າງ ແຂວງ ອຸດຕະຣະດິດ ຂອງໄທ ຫາແຂວງ ໄຊຍະບູຣີ ຂອງລາວ.
-
ສິດນີ
2012-05-07 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ໃນອາທິດນີ້ ຣັຖບານໄທ ໄດ້ອະນຸມັດ ເງີນກູ້ ດ້ວຍດອກເບັ້ຽຕ່ຳ ໃນໂຄງການເຊື່ອມຕໍ່ ຖນົນ ທີ່ມີຄວາມຍາວ ປະມານ 33 ກິໂລແມັດ ຈາກດ່ານເຂົ້າອອກ ພູດູ່ ແຂວງ ອຸດຕະຣາດີດ ຂອງໄທ ໄປຫາເມືອງ ປາກລາຍ ແຂວງ ໄຊຍະບູຣີ ຂອງລາວ.
ໂຄງການດັ່ງກ່າວ ແມ່ນເພື່ອ ຍົກຣະດັບ ການຄ້າ ຣະຫວ່າງ ສອງປະເທດ ໂດຍສະເພາະ ການສົ່ງອອກ ສີນຄ້າ. ຄ່າໃຊ້ຈ່າຍ ໃນການກໍ່ສ້າງ ຖນົນສາຍດັ່ງກ່າວ ຈະຕົກຢູ່ ປະມານ 718 ລ້ານບາດ ໃນນັ້ນ ເງີນ ໃຫ້ລ້າ ປະມານ 143.6 ລ້ານບາດ ຫລືປະມານ 20% ຂອງຄ່າ ການກໍ່ສ້າງ ໄດ້ຕົກລົງເຫັນພ້ອມ ຈາກຄນະຣັຖບານ ແລະ ສ່ວນເຫລືອ ປະມານ 574.4 ລ້ານບາດ ແມ່ນເງີນກູ້ ດ້ວຍດອກເບັ້ຽຕ່ຳ ປະມານ 1.5% ໃນຣະຍະ 30 ປີ ແລະ ຫລັງຈາກການ ສ້າງສຳເຣັດ 10 ປີ ຈື່ງຈ່າຍ.
ທ່ານ ປາດີຫານ ຮີມທອງກອນ ຮອງໂຄສົກ ຣັຖບານໄທ ກ່າວວ່າ ກຸ່ມທຸຣະກິດ ການຄ້າໄທ ຈະໄດ້ຮັບ ຜົລປໂຍດ ຈາກຖນົນສາຍນີ້ ໃນຂນະທີ່ ແຂວງ ໄຊຍະບູຣີ ຈະກາຍເປັນ ສູນກາງການ ປູກເຂົ້າໂພດ ລາຍ ໃຫຍ່ ໃນອະນາຄົດ ແລະ ເສຖກິດ ຂອງລາວ ກໍມີການເຕີບໂຕ ຣະຫວ່າງ 7-8% ໃນແຕ່ລະປີ.
ມູນຄ່າການຄ້າ ຣະຫວ່າງໄທ ກັບລາວ ຜ່ານແຂວງ ອຸດຕະຣາດິດ ໃນປີທີ່ຜ່ານມາ ມີຢູ່ປະມານ 231.18 ລ້ານບາດ ຊື່ງໄທ ເປັນຝ່າຍໄດ້ປຽບ ດູນການຄ້າ ປະມານ 139.29 ລ້ານບາດ.