ທາງການລາວຈະຄູ້ມຄອງ ເສື້ອແດງແລະທັກສິນ

ທາງກາຣລາວ ຕຣຽມ ໃຫ້ກາຣ ຄຸ້ມຄອງ ອະດີຕ ນາຍົກ ຣັຖມົນຕຣີ ໄທຽ ແລະ ກຸ່ມຄົນ ເສື້ອແດງ ທີ່ຈະເດີນທາງ ເຂົ້າລາວ ໃນຊ່ວງ ປີໃໝ່ ພ.ສ. 2555 ນີ້.


ກົດຟັງສຽງ

ທາງກາຣ ສປປລາວ ກໍາລັງຕຣຽມ ໃຫ້ກາຣ ຄຸ້ມຄອງ ກຸ່ມ ຄົນເສື້ອແດງ ທີ່ຈະເດີນ ທາງເຂົ້າ ເມືອງລາວ ເພື່ອພົບກັບ ທ່ານທັກສິນ ຊີນາວັຕ ອະດີຕ ນາຍົກ ຣັຖມົນຕຣີ ໄທຽ ທີ່ຈະໄປ ສລອງບຸນ ປີໃໝ່ ພ.ສ. 2555 ຢູ່ ນະຄອນຫລວງ ວຽງຈັນ ໃນວັນທີ່ 11-13 ເມສາ ນີ້ ແຕ່ທຸກຄົນ ຈະຕ້ອງເຂົ້າ ໄປຢ່າງຖືກ ຕ້ອງຕາມ ກົດຣະບຽບ ຂອງລາວ ດັ່ງເຈົ້າໜ້າທີ່ ລາວ ໄດ້ກ່າວວ່າ:

"ພວກເຮົາ ຈະມີກາຣ ກວດກາ ມີກາຣຄຸ້ມຄອງ ໃຫ້ມັນເຂົ້າ ສູ່ຣະບົບ ຣະບຽບ ຫັ້ນແຫລະ ພວກເຮົາ ກະມີໜ່ວຍ ກວດກາ ໜ່ວຍຕິດຕາມ ໜ່ວຍກໍາ ສະພາບກາຣ ອີສັງ ສິບໍ່ມີ ບັນຫາ ຫຍັງດອກ ໃຫ້ເຂົາ ສເນີເຊັນ ໜັງສື ໃບຜ່ານແດນ ມາຖູກຕ້ອງ ແລະ ກໍມາຫລິ້ນ ມາທ່ຽວ ທັມມະດາ ນີ້ກໍບໍ່ ເປັນຫຍັງ".

ພ້ອມດຽວກັນນີ້ ທ່ານກໍວ່າ ກາຣເຂົ້າ ເມືອງລາວ ຂອງກຸ່ມ ຄົນເສື້ອແດງ ຄັ້ງນີ້ ກໍບໍ່ແຕກຕ່າງ ຫຍັງກັບກາຣ ໄປຫລິິ້ນ ບຸນສົງກາຣ ຂອງຊາວໄທຽ ໃນທຸກໆປີ ຊຶ່ງທາງກາຣ ລາວ ກໍຍິນດີ ຕ້ອນຮັບ ເຊັ່ນດຽວກັບ ນັກ ທ່ອງທ່ຽວ ຊາວຕ່າງ ປະເທສອື່ນໆ ໂດຽຈະມີ ເຈົ້າໜ້າທີ່ ຄຸ້ມຄອງ ເຂົາເຈົ້າ ເພື່ອຄວາມ ປອດພັຍ.

ກ່ຽວກັບ ເຣື່ອງກຸ່ມ ຄົນເສື້ອແດງ ທີ່ຈະເຂົ້າ ເມືອງລາວ ໃນຄັ້ງນີ້ ຖ້າຫາກວ່າ ຈະໄປໃນຮູບ ແບບນັກ ທ່ອງທ່ຽວ ທັມມະດາ ນັ້ນ ກໍຍີ່ງ ຈະເປັນກາຣດີ ດັ່ງຊາວ ນະຄອນຫລວງ ວຽງຈັນ ຜູ້ໜຶ່ງ ເວົ້າວ່າ:

"ຄົນເສື້ອແດງ ກະຖ້າວ່າ ມາທ່ຽວ ມາຫຍັງ ຄົນລາວເຮົາ ຍິນດີ ຕ້ອນຮັບສເມີ ມີແຕ່ວ່າ ສາມາຖ ມາທ່ຽວໄດ້".

ຢ່າງໃດກໍດີ ກ່ອນໜ້ານີ້ ທາງແກນນໍາ ຄົນເສື້ອແດງ ຈາກແຂວງ ອຸດອນ ກໍເຄີຽເວົ້າ ຜ່ານທາງ ສື່ມວລຊົນ ວ່າ ທ່່ານຈະບໍ່ ອະນຸຍາຕ ໃຫ້ກຸ່ມ ຄົນເສື້ອແດງ ໃສ່ເສື້ອສີແດງ ເຂົ້າເມືອງລາວ ແຕ່ຢ່າງໃດ ຊຶ່ງກໍເປັນ ກາຣ ປະຕິບັຕ ຕາມຄຳ ຂໍຮ້ອງ ຈາກທາງກາຣ ສປປລາວ ເພື່ອປ້ອງກັນ ບັນຫາ ຄວາມຫວຸ້ນວາຍ ທີ່ອາຈເກີດຂຶ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org