ລາວຮຽກຮ້ອງສັນຕິວິທີ ໃນລີເບັຽ
ສປປລາວ ມີຄວາມກັງວົນ ກ່ຽວກັບ ການໃຊ້ ມາຕການ ທາງທະຫານ ຕໍ່ລີເບັຍ ແລະ ຮຽກຮ້ອງໃຫ້ ໃຊ້ສັນຕິວິທີ ໃນການແກ້ໄຂ ບັນຫາ.
-
ໂພໄຊສວັດ
2011-03-24 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ໂຄສົກກະຊວງ ການຕ່າງປະເທດ ສປປລາວ ໄດ້ອອກຖແລງການ ໃນມື້ວັນທີ 23 ມີນາ 2011 ວ່າ ຣັຖບານລາວ ມີຄວາມກັງວົນ ກ່ຽວກັບ ການໃຊ້ມາຕການ ທາງທະຫານ ຕໍ່ລີເບັຍ ທີ່ເຮັດໃຫ້ມີ ການສູນເສັຍຊີວິດ ແລະ ຊັພສິນ ຂອງປະຊາຊົນ ຊາວລີເບັຍ ແລະຮຽກຮ້ອງໃຫ້ ໃຊ້ສັນຕິວິທີ ໃນການ ແກ້ໄຂບັນຫາ ເພື່ອນຳມາ ຊຶ່ງຄວາມສງົບ ແລະ ສະເຖັຍຣະພາບ ໃນພູມີພາກ. ອີງຕາມລາຍງານ ຂອງໜັງສືພິມ ວຽງຈັນທາມ ໃນມື້ວັນທີ 24 ມີນາ 2011.
ສປປລາວ ໄດ້ຮຽກຮ້ອງ ໃຫ້ທຸກຝ່າຍ ທີ່ກ່ຽວຂ້ອງ ຍຸຕິການ ປະທະກັນ ແລະ ແກ້ໄຂບັນຫາ ຂັດແຍ່ງກັນ ຢ່າງສັນຕິວິທີ ອີງຕາມກົດບັດ ຂອງ ສະຫະປະຊາຊາດ, ກົດໝາຍ ລະຫວ່າງຊາດ ແລະ ນັບຖື ອຳນາດ ອະທິປະໄຕ ຂອງ ປະເທດຕ່າງໆ.
ເຊັ່ນດຽວກັນ ກະຊວງ ການຕ່າງປະເທດ ວຽດນາມ ກໍໄດ້ຮຽກຮ້ອງ ໃຫ້ມີການຢຸດຍິງ ໃນລີເບັຍ ໃນມື້ວັນທີ 23 ມີນາ 2011. ໂຄສົກ ຈາກກະຊວງ ການຕ່າງປະເທດ ວຽດນາມ ຍານາງ Nguyen Phuong Nga ໄດ້ຮຽກຮ້ອງໃຫ້ ທຸກຝ່າຍທີ່ກ່ຽວຂ້ອງ ກັບການບຸກໂຈມຕີ ຊຶ່ງກັນແລະກັນ ໃຫ້ຢຸດຍິງໃນ ລີເບັຍ ແລະ ຫາທາງ ແກ້ໄຂບັນຫາ ດ້ວຍຄວາມສງົບ. ຍານາງກ່າວອີກວ່າ ວຽດນາມ ຄອຍຕິດຕາມ ເຫດການ ຢ່າງໃກ້ຊິດ ແລະ ມີຄວາມເປັນຫ່ວງ ກ່ຽວກັບການ ໃຊ້ກຳລັງທະຫານ ທີ່ເຮັດໃຫ້ມີ ພົລເຮືອນລີເບັຍ ເສັຍຊີວິດ.
ຍານາງ ກ່າວມ້ວນທ້າຍວ່າ ທຸກຝ່າຍ ບໍ່ຄວນເຮັດໃຫ້ ບັນຫານີ້ ເປັນຕົວຢ່າງສຳລັບ ຄວາມສຳພັນ ໃນເວທີສາກົນ ອີກຕໍ່ໄປ. ທັງລາວ ແລະ ວຽດນາມ ສນັບສນູນ ຄວາມພຍາຍາມ ຂອງທຸກຝ່າຍທີ່ ກ່ຽວຂ້ອງ ບໍ່ວ່າໃນພູມີພາກ ຫລື ອົງການສາກົນ ທີ່ຈະສາມາດ ເຈຣະຈາ ເພື່ອຄວາມສງົບໄດ້.