ຣັຖບານລາວວຽດນາມຖືກ ຮຽກຮ້ອງໃຫ້ປາບໄມ້ເຖື່ອນ

ອົງການ ສືບສວນ ສະພາບ ແວດລ້ອມ ຮຽກຮ້ອງ ໃຫ້ ສປປລາວ ປະຕິບັດ ຕາມກົດໝາຍ ຫ້າມການ ສົ່ງໄມ້ທ່ອນ ອອກໄປ ຕ່າງ ປະເທດ.

ການຕັດໄມ້ ໃນແຂວງ ອັດຕະປື Screen captured from EIA video

ກົດຟັງສຽງ

ອົງການ ສືບສວນ ສະພາບ ແວດລ້ອມ ທີ່ມີ ສຳນັກງານໃຫຍ່ ຢູ່ ປະເທດ ອັງກິດ, ຣາຍງານ ເມື່ອວານນີ້ ວ່າ ບໍຣິສັດ ທະຫານ ວຽດນາມ ເປັນຜູ້ຕັດໄມ້ ແລະ ສົ່ງອອກ ໄປວຽດນາມ ເພື່ອຜລິດ ເຟີນີເຈີ.

ນອກຈາກນັ້ນ ອົງການ ສືບສວນ ດັ່ງກ່າວ ຍັງໄດ້ ຮຽກຮ້ອງ ໃຫ້ຣັຖບານ ສປປລາວ ປະຕິບັດ ຕາມກົດໝາຍ ຫ້າມສົ່ງ ໄມ້ທ່ອນ ອອກໄປ ຕ່າງປະເທດ ນັ້ນໃຫ້ ເຂັ້ມງວດ ຂື້ນ. ໃຫ້ປະກາດ ໂຄຕ້າ ການຕັດໄມ້ ໃຫ້ຣະອຽດ ແລະ ໃຫ້ປະກາດ ກົດຣະບຽບ ກ່ຽວກັບ ການຖາກຖາງ ປ່າໄມ້ ເພື່ອປູກພຶດ ອຸດສາຫະກັມ ການຄ້າ ໃຫ້ແຈ່ມແຈ້ງ.

ໃນຂະນະດຽວກັນ ອົງການ ສືບສວນ ສະພາບ ແວດລ້ອມ ກໍໄດ້ຮຽກຮ້ອງ ໃຫ້ ຣັຖບານ ວຽດນາມ ໃຫ້ນັບຖື ກົດໝາຍ ຂອງລາວ ໂດຍໃຫ້ຫ້າມ ການນຳເຂົ້າໄມ້ ຈາກລາວ ຢ່າງເຄັ່ງຄັດ. ໃຫ້ພົບປະ ເຈຣະຈາ ກັບ ຣັຖບານລາວ ກ່ຽວກັບ ການປາບປາມ ການຄ້າໄມ້ ເຖື່ອນ ຣະຫວ່າງ ສອງປະເທດ. ໃຫ້ອອກ ກົດຣະບຽບ ຫ້າມໂຮງງານ ຜລິດເຟີນີເຈີ ຢູ່ ວຽດນາມ ຊື້ໄມ້ທ່ອນ ທີ່ໄປຈາກ ລາວ ແລະ ຫ້າມທະຫານ ວຽດນາມ ບໍ່ໃຫ້ຕັດໄມ້ ຢູ່ລາວ ແລ້ວສົ່ງໄມ້ ໄປວຽດນາມ.

ນອກຈາກນັ້ນ ອົງການ ສືບສວນ ສະພາບ ແວດລ້ອມ ຍັງຮຽກຮ້ອງ ໃຫ້ ສະຫະພາບ ຢູໂຣບ ຊຶ່ງເປັນ ຜູ້ຊື້ ເຟີນີເຈີ ຈາກ ວຽດນາມ ໃຫ້ກົດດັນ ຣັຖບານ ສປປລາວ ແລະ ຣັຖບານ ສສວຽດນາມ ໃຫ້ພາກັນ ຢຸດເຊົາ ຕັດໄມ້ ຢູ່ລາວ.

ສໍາລັບ ຜູ້ຊີ້ ເຟີນີເຈີ ຈາກ ວຽດນາມ ໃຫ້ກວດເບິ່ງ ຄັກແນ່ວ່າ ເຟີນີເຈີ ນັ້ນແມ່ນຜລິດ ດ້ວຍໄມ້ ທີ່ມາຈາກ ສປປລາວ ຫລືບໍ່ ຖ້າຫາກແມ່ນ ກໍບໍ່ຄວນ ຊື້ ສິນຄ້າ ດັ່ງກ່າວ.

ເຖິງຢ່າງໃດ ກໍດີ ເມື່ອວານນີ້ ໂຄສົກ ກະຊວງ ການຕ່າງ ປະເທດ ວຽດນາມ ກໍໄດ້ ປະຕິເສດ ວ່າ ກອງທັບ ວຽດນາມ ບໍ່ໄດ້ຕັດໄມ້ ແລະ ບໍ່ໄດ້ຊື້ໄມ້ ເຖື່ອນ ຈາກລາວ ຕາມຄຳຕູ່ຫາ ຂອງ ອົງການ ສືບສວນ ສະພາບ ແວດລ້ອມ ທີ່ວ່ານັ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org