​ທາງການລາວ​ຄວບຄຸມ ແຮງງານຕ່າງດ້າວບໍ່ໄດ້

ທາງການລາວ ຍັງຄວບຄຸມ ແຮງງານ ຕ່າງປະເທດ ໃນລາວບໍ່ໄດ້ ຈື່ງເຮັດໃຫ້ ຄົນງານ ຕ່າງປະເທດ ຫລັ່ງໄຫລ ເຂົ້າມາ ຫລາຍຂຶ້ນນຳ ທຸກມື້.


ກົດຟັງສຽງ

ຄົນງານຕ່າງດ້າວ ໄດ້ຫລັ່ງໄຫລ ເຂົ້າມາລາວ ຫລາຍເພີ່ມຂຶ້ນ ໂດຍສະເພາະ ຄົນງານ ຈາກປະເທດຈີນ ແລະ ວຽດນາມ ພາຍຫລັງທີ່ລາວ ເປີດກ້ວາງໃນການ ລົງທຶນ ຂອງຕ່າງປະເທດ. ຄົນງານເຫລົ່ານັ້ນ ບໍ່ສະເພາະແຕ່ ເຂົ້າມາເຮັດວຽກ ຢູ່ ໂຮງຈັກ ໂຮງງານ ຫລື ໂຄງການລົງທຶນ ຂນາດໃຫຍ່ ເຊັ່ນການ ຂຸດຄົ້ນບໍ່ແຮ່ ປູກຕົ້ນໄມ້ ອຸດສາຫະກັມ ແລະ ຜລິດສິນຄ້າ ສົ່ງອອກ ທີ່ຕ້ອງການ ສີມືແຮງງານ ຫລາຍເທົ່ານັ້ນ ແຕ່ຫາກຍັງ ລາມໄປຮອດການ ເປັນກັມມະກອນ ກໍ່ສ້າງ ການຄ້າ ຂາຍຍ່ອຍ ແລະ ປະກອບອາຊີບ ບໍຣິການອື່ນໆ ເປັນຕົ້ນ ຊ່າງຕັດຜົມ ເສີມສວຍ ຫາບເຄື່ອງສິນຄ້າ ຂາຍຍ່ອຍ ເກັບເຫລັກເສດ ໄປຕາມ ສະຖານທີ່ຕ່າງໆ ໂດຍທີ່ ທາງການລາວ ບໍ່ສາມາດຄວບຄຸມ ແລະ ເກັບພາສີຣາຍໄດ້ ຈາກຄົນງານ ເລື່ອນລອຍ ເຫລົ່ານັ້ນໄດ້. ຮ້າຍໄປກວ່ານັ້ນ ກໍເກີດມີບັນຫາ ຕ່າງໆຕາມມາ ໂດຍສະເພາະ ໄພສັງຄົມ ບັນຫາຂີ້ລັກ ງັດແງະ ປຸ້ນຈີ້.

ທີ່ຜ່ານມາ ທາງການລາວ ກໍໄດ້ເອົາໃຈໃສ່ ຄວບຄຸມ ແຮງງານດັ່ງກ່າວ ຕາມກົດໝາຍ ແຮງງານ ແລະແກ້ໄຂໃນ ຫລາຍຮູບແບບ. ຖ້າພົບເຫັນ ມີການປະພຶດ ທີ່ບໍ່ຖືກຕ້ອງ ບໍ່ມີບັດ ອະນຸຍາດ ເຮັດວຽກຢູ່ລາວ ເຈົ້າໜ້າທີ່ ກໍຈະຕັກເຕືອນ ປັບໃໝ ຫລື ສົ່ງກັບຄືນ ປະເທດ ຂອງພວກເຂົາ ຕາມຣະບຽບ ກົດໝາຍ ແຕ່ເຖິງຢ່າງໃດ ກໍຕາມ ການຄວບຄຸມ ແຮງງານນັ້ນ ກໍບໍ່ຄ່ອຍ ຈະໄດ້ຜົນ ຍ້ອນການເກັບກໍາ ຂໍ້ມູນຄົນງານ ຍັງບໍ່ມີຄວາມ ຈະແຈ້ງ ບໍ່ຖືກກັບ ຈໍານວນຕົວຈິງ.

ການເຜີຍແພ່ ກົດໝາຍແຮງງານ ຕາມໜ່ວຍແຮງງານ ຍັງເຮັດໄດ້ໜ້ອຍ ການກວດກາ ຣາຍງານ ຂໍ້ມູນແຮງງານ ຂອງບາງແຂວງ ກໍຊັກຊ້າ ມີຫລາຍໜ່ວຍ ແຮງງານ ຣະເມີດ ກົດໝາຍແຮງງານ ການປະສານ ສົມທົບກັນ ຣະຫວ່າງ ຫ້ອງ​ການ ກ່ຽວຂ້ອງ ແກ້ໄຂບັນຫາ ແຮງງານຕ່າງດ້າວ ຍັງບໍ່ຈະແຈ້ງ ການຄວບຄຸມ ກໍເຮັດໄດ້ແຕ່ ຂາເຂົ້າ ສ່ວນຂາອອກນັ້ນ ເຮັດບໍ່ໄດ້ເລີຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org