ການອອກລູກຂອງຍິງລາວ ໃນເຂດຊົນນະບົດ

ທາງການລາວ ພຍາຍາມ ຫລຸດຜ່ອນ ອັດຕຣາ ການເສັຽຊີວິດ ຂອງແມ່ຍິງ ໃນເວລາ ອອກລູກ.

ທາງການລາວ ພຍາຍາມ ຊ່ວຍເຫຼືອແມ່ຍິງ ທີ່ຈະຄອດລູກ ໃນເຂດ ສອກຫຼີກຫ່າງໄກ ໃຫ້ໄດ້ຫຼາຍຂື້ນ RFA

ກົດຟັງສຽງ

ທາງການລາວ ພຍາຍາມ ຫລຸດຜ່ອນ ການເສັຍຊີວິດ ຂອງແມ່ຍິງ ແລະ ເດັກນ້ອຍ ຍ້ອນວ່າ ທີ່ຜ່ານມາ ແມ່ຍິງ ຈໍານວນຫລາຍ ເສັຍຊີວິດ ໃນຕອນອອກລູກ. ສາເຫດ ສໍາຄັນ ກໍແມ່ນວ່າ ແມ່ຍິງຖືພາ ບໍ່ມີເງິນ ໂຮງໝໍ ກໍໄກ ຈາກບ້ານ ແລະ ການເດີນທາງ ກໍບໍ່ສດວກ ຈຶ່ງຕ້ອງໄດ້ ອອກລູກເອງ ຕາມມີ ຕາມເກີດ ເມື່ອປະເຊີນ ກັບພາວະ ແຊກຊ້ອນ ໃນເວລາ ອອກລູກ ມີຫລາຍ ກໍຣະນີ ໄດ້ເສັຍ ຊີວິດໄປ ທັງແມ່ແລະເດັກ. ເຈົ້າໜ້າທີ່ ຈາກສູນ ບໍຣິການ ແມ່ແລະເດັກ ສາທາຣະນະສຸຂ ແຂວງ ອຸດົມໄຊ ເວົ້າວ່າ:

"ເພິ່ນຢາກຫລຸດ ອັດຕຣາ ການຕາຍ ຂອງແມ່ ເພື່ອຫລຸດ ບໍ່ຢາກໃຫ້ ແມ່ອອກລູກ ຢູ່ກັບເຮືອນ ຜ່ານມານັ້ນ ຂະເຈົ້າ ກໍມີຢູ່ ງົບປະມານ ແຕ່ມັນ ບໍ່ພຽງພໍ ບາງເທື່ອເຮົາ ໄປສໍາພາດ ແມ່ມານ ແລ້ວແມ່ມານ ກໍວ່າບໍ່ມີ ເງິນມາ ໂຮງໝໍ ການເດີນ ທາງຍຸ້ງຍາກ ບໍ່ມີພາ ຫະນະຫຍັງ ຫັ້ນໜ໋າ".

ນາງໄດ້ເວົ້າ ຕໍ່ໄປວ່າ ມີອົງການ ຊ່ວຍເຫລືອ ຕ່າງຊາດ ໃຫ້ເງິນ ສນັບສນູນ ແຂວງ ອຸດົມໄຊ ທັງໝົດ 6 ລ້ານ ກວ່າກີບ ຈາກທັງໝົດ 4 ແສນກວ່າ ໂດລາ ສະຫະຣັຖ ຊຶ່ງເງິນ ຈໍານວນ ດັ່ງກ່າວໄດ້ແບ່ງ ໄປຊ່ວຍ ແຂວງວຽງຈັນ ນໍາອີກ ແລະ ພາຍໃນແຂວງ ແຂວງ ອຸດົມໄຊເອງ ກໍໄດ້ແບ່ງ ໄປຊ່ວຍເຫລືອໃນ 3 ເມືອງ ຄືເມືອງໄຊ ເມືອງຫລາ ແລະ ເມືອງນາໝໍ້ ແລະ ຫາກເມື່ອ ໃຊ້ໝົດແລ້ວ ກໍຈະສາມາດ ເບີກຕື່ມ ຈາກທາງ ສູນກາງໄດ້.

ເຖິງຢ່າງໃດ ກໍຕາມ ຍັງມີ ຫລາຍແຂວງ ໃນລາວ ທີ່ປະສົບ ກັບບັນຫາ ແມ່ຍິງ ເສັຍຊີວິດ ຍ້ອນອອກລູກ ຕົວຢ່າງ ແຂວງ ໄຊຍະບຸຣີ ໃນປີ 2011 ປະມານ 120 ຄົນຕໍ່ 1 ແສນຄົນ ບັນຫາສໍາຄັນ ກໍແມ່ນ ຢູ່ຫ່າງໄກ ສອກຫລີກ ໃນການເດີນທາງ ໄປໂຮງໝໍ ໃນເມືອງ ກໍບໍ່ສະດວກ. ເຈົ້າໜ້າທີ່ ສູນບໍລິການ ແມ່ແລະເດັກ ແຂວງ ໄຊຍະບຸຣີ ມີແຜນການ ທີ່ຈະສຸມໃສ່ ການປິ່ນປົວ ແມ່ຍິງຖືພາ ໂດຍບໍ່ຄິດຄ່າ ປິ່ນປົວ ແຕ່ນີ້ກໍຍັງ ເປັນ ພຽງແຕ່ແຜນການ ເທົ່ານັ້ນ ຍັງບໍ່ທັນມີ ພາກ ປະຕິບັດ ໂຕຈິງເທື່ອ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org