ລາວຂໍຢືມເງິນຈາກໄທ ສ້າງຂົວ
ລາວ ຍັງລໍຖ້າ ເງິນກູ້ ຈາກ ຣັຖບານໄທ ເພື່ອມາສ້າງ ຂົວ ມິຕພາບ ແຫ່ງທີ 5.
-
ສົມເນ
2012-04-05 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ການສ້າງຂົວ ມິຕພາບ ລາວ-ໄທ ແຫ່ງທີ່ 5 ລະຫ່ວາງ ແຂວງ ບໍຣິຄໍາໄຊ ກັບແຂວງ ບຶງການ ຊື່ງເວລານີ້ ຝ່າຍລາວ ຍັງລໍຖ້າ ການອະນຸມັດ ເງິນກູ້ຈາກ ຣັຖບານໄທ ຕາມທີ່ ທັງສອງ ປະເທດ ໄດ້ຕົກລົງກັນ. ເຈົ້າໜ້າທີ່ ແຂວງ ບໍຣິຄໍາໄຊ ກ່າວວ່າ:
"ດຽວນີ້ ຍັງລໍຖ້າ ໃນການ ຕົກລົງ ອະນຸມັດ ເງິນກູ້ຂອງ ຣັຖບານໄທ ກ່ຽວກັບ ການນໍາມາ ສ້າງຂົວ ເປັນຈໍານວນຫລາຍ ແຫລະນໍ ເພາະວ່າມູນຄ່າ ທັງໝົດ ທັງເຮັດຂົວ ທາງເບື້ອງລາວ ທັງເຮັດດ່ານ ເຮັດທາງອອກ ມາໃສ່ທາງໃຫ່ຽ ຂອງລາວ ແຕ່ວ່າ ຈໍານວນ ທັງໝົດ ມັນກໍບໍ່ທັນ ອອກມາ ລະອຽດເທື່ອ".
ຍັງບໍ່ມີ ລາຍລະອຽດ ວ່າການ ກໍ່ສ້າງຂົວ ແຫ່ງທີ 5 ນີ້ ຈະເລີ້ມລົງມື ເມື່ອໃດ ອາຈຍັງຈະມີ ການຕົກລົງ ກັນເຣື້ອງ ງົບປະມານ ອີກເທື່ອໃໝ່ ສ່ວນການ ສໍາຣວດ ພື້ນທີ່ນັ້ນ ປາກົດວ່າ ແລ້ວໄປແດ່ແລ້ວ. ກ່ອນໜ້ານີ້ ທາງການໄທ ໃຫ້ຂໍ້ມູນວ່າ ການກໍ່ສ້າງຂົວ ມິຕພາບ ແຫ່ງທີ່ 5 ນີ້ ອາດໃຊ້ ງົບປະມານ ເຖິງ 150 ລ້ານບາດ ໂດຍຝ່າຍໄທ ຈະອອກ 50% ຝ່າຽລາວ 25% ແລະ ຝ່າຍວຽດນາມ 25% ເນື່ອງຈາກວ່າ ທຸກຝ່າຍ ຈະໄດ້ຮັບ ຜົນປໂຍຊນ໌ ຮ່ວມກັນ.
ຂົວ ມິຕພາບ ລາວ-ໄທ ແຫ່ງທີ່ 5 ຈະມີ ຄວາມຍາວ ປະມານ 1 ກິໂລແມັດ ຈະມີ 4 ແລວທາງ ຈະຣາຈອນ ໃນສົ້ນຂົວ ສອງຝາກ ມີດ່ານກວດ ຄົນເຂົ້າເມືອງ ແລະ ດ່ານພາສີ. ເມື່ອສ້າງສໍາເຣັດ ຈະອໍານວຍ ຄວາມ ສະດວກ ໃນການ ທ່ອງທ່ຽວ ຂົນສົ່ງ ສິນຄ້າ.