ຣັຖບານລາວຕ້ອງການ ວັດຖຸດິບເພື່ອສົ່ງອອກ
ທາງກາຣ ສປປລາວ ອາສັຍ ບໍ່ແຮ່ ແລະ ໄຟຟ້າ ເປັນ ສ່ວນໃຫຍ່ ເພື່ອ ສົ່ງຂາຍ ໄປຕ່າງ ປະເທສ.
-
ຫວາດ ສີມູນ
2011-12-13 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ເຈົ້າໜ້າທີ່ ກະຊວງ ອຸຕສາຫະກັມ ແລະ ກາຣຄ້າ ສປປລາວ ໄດ້ ເປີດເຜີຽ ຕໍ່ທາງ ສື່ມວລຊົນ ຫວ່າງມໍ່ໆ ມານີ້ວ່າ ທາງກາຣລາວ ຍັງຕ້ອງໄດ້ ອາສັຍ ຊັພຍາກອນ ທັມມະຊາຕ ຢ່າງຫຼວງຫຼາຍ ສຳລັບ ກາຣພັທນາ ເສຖກິຈ ຂອງ ປະເທສ ຕລອດ ຣະຍະ ທີ່ ຜ່ານມາ. ໂດຽສະເພາະ ບໍ່ແຮ່ ແລະ ໄຟຟ້າ ທີ່ ຮວມເປັນ ທັງໝົດ ປະມານ 56% ຂອງ ສິນຄ້າ ທີ່ສົ່ງອອກ ທັງໝົດ ໃນປີ 2008.
ພ້ອມດຽວ ກັນນັ້ນ ທາງ ທະນາຄາຣ ໂລກ ກໍໃຫ້ກາຣ ຄາດຄະເນ ວ່າ ສິນຄ້າ ຂອງ ສປປລາວ ທີ່ຈະໄດ້ ຈາກກາຣ ຂຸດຄົ້ນ ບໍ່ແຮ່ ແລະ ໄຟຟ້າ ເພື່ອສົ່ງອອກ ຂາຍ ຕ່າງ ປະເທສ ຈະມີ ເພີ່ມຂຶ້ນ ໃນອັຕຣາ ສ່ວນເຖີງ 67% ໃນປີ 2015 ແລະ 77% ໃນປີ 2020.
ກາຣເຕີບໃຫຍ່ ໃນກາຣສົ່ງ ສິນຄ້າອອກ ທັງສອງ ປະເພທ ດັ່ງກ່າວ ນັ້ນ ກໍອາຈເຮັດ ໃຫ້ເງິນກີບ ລາວ ມີຣາຄາ ສູງຂຶ້ນນຳ ພ້ອມກັບ ຄ່າແຮງງານ ແຕ່ ໃນຂະນະ ດຽວກັນ ກໍອາຈມີ ຜົລກະທົບ ດ້ານ ອຸຕສາຫະກັມ ກາຣປຸງແຕ່ງ ຕ່າງໆ ທີ່ອາຈ ຫຼຸດລົງ ກໍເປັນໄດ້.
ເຈົ້າໜ້າທີ່ ລາວ ໄດ້ເນັ້ນ ດ້ານກາຣ ພັທນາ ແບບ ຍືນຍົງ ໃຫ້ກວມ ໄປເຖິງ ຫຼາຍພາຄສ່ວນ ນຳດ້ວຍ ເພື່ອໃຫ້ ສາມາຖ ຜລິຕສິນຄ້າ ສຳລັບ ສົ່ງອອກຂາຍ ແຂ່ງກັບ ປະເທສອື່ນໆ ນຳດ້ວຍ.