ກົດໝາຍກາຣຄ້າລາວ ຕ້ອງໄດ້ດັດແປງ
ສປປລາວ ຕ້ອງໄດ້ ປະຕິຮູບ ກົດໝາຍ ກາຣຄ້າ ເພື່ອໃຫ້ ຖືກມາຕຖານ ແລະ ສອດຄ່ອງກັບ ກົດຣະບຽບ ຂອງອົງກາຣ ກາຣຄ້າໂລກ.
-
ຫວາດ ສີມູນ
2012-03-23 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ທາງກາຣລາວ ໄດ້ພຍາຍາມ ທີ່ຢາກຈະຖືກ ຮັບເຂົ້າເປັນ ສະມາຊິກ ອົງກາຣ ກາຣຄ້າໂລກ ຫລື WTO ຈຶ່ງມີກາຣ ແກ້ໄຂ ທາງດ້ານ ກົດໝາຍ ແລະ ປະຕິຮູບ ຣະບົບ ເສຖກິຈ ແລະ ກາຣຄ້າ ຫລາຍໆຢ່າງ.
ທ່ານ ນາມ ວິຍະເກຕ ຣັຖມົນຕຣີ ກະຊວງ ອຸຕສາຫະກັມ ແລະ ກາຣຄ້າ ໄດ້ຣາຍງານ ຕໍ່ຄນະກັມກາຣ ຂອງ ອົງກາຣ ກາຣຄ້າໂລກ ວ່າທາງກາຣລາວ ໄດ້ມີກາຣ ປະຕິຮູບ ໃນຫລາຍໆດ້ານ ເຊັ່ນ: ເຣື່ອງພາສີ ອາກອນ ດ້ານອະນາມັຍ ແລະອື່ນໆ ເພື່ອໃຫ້ສອດຄ່ອງ ກັບ ຣະບຽບກົດໝາຍ ຂອງ ທາງອົງກາຣ ກາຣຄ້າໂລກ ໃຫ້ໄດ້ພາຍ ໃນປີ 2012 ນີ້ຢ່າງແນ່ນອນ ແລະ ສະເພາະ ທາງດ້ານ ລິຂສິທ ທາງສະຕິປັນຍາ ຕ່າງໆນັ້ນ ທາງກາຣລາວ ກໍຖືກຮັບຮູ້ ໂດຽກາຣ ເຂົ້າເປັນຄູ່ຮ່ວມ ໃນສົນທິສັນຍາ ກຸງປາຣີສ໌ ນຳອີກ.
ໃນເວລາ ດຽວກັນນີ້ ເຈົ້າໜ້າທີ່ ຣະດັບສູງ ຂອງລາວ ກໍໃຫ້ກາຣ ຢືນຢັນຕໍ່ ທີ່ກອງປະຊຸມ ທີ່ນະຄອນ ເຈນີວ໋າ ວ່າທາງກາຣລາວ ກໍໄດ້ປັບປຸງ ດ້ານຣະບຽບ ກົດໝາຍອື່ນໆ ເພື່ອໃຫ້ ສອດຄ່ອງ ກັບກົດໝາຍ ວ່າດ້ວຍ ກາຣສົ່ງ ສິນຄ້າ ເຂົ້າ-ອອກ ໂດຽສະເພາະ ທີ່ກ່ຽວພັນ ກັບດ້ານຜົລ ກາຣຜລິຕສິນຄ້າ ກະສິກັມ ຕ່າງໆ.
ເຖີງຢ່າງໃດ ກໍຕາມ ທາງກາຣລາວ ມີຄວາມຫວັງວ່າ ຄົງຈະຖືກຮັບ ພິຈາຣະນາ ຈາກທາງ ຄນະກັມມະກາຣ ເພື່ອໃຫ້ລາວ ໄດ້ເຂົ້າເປັນ ສະມາຊິກ ຂອງອົງກາຣ ກາຣຄ້າໂລກ ພາຍໃນທ້າຍ ປີ 2012.