ລາວພ້ອມເຂົ້າຮ່ວມ ການຄ້າເສຣີ
ສປປລາວ ໄດ້ຕຣຽມ ຄວາມພ້ອມ ໃນການເຂົ້າສູ່ ເຂດການຄ້າ ເສຣີ ອາຊຽນ ຫລື AFTA ເລີ້ມແຕ່ ປີ 2010 ແຕ່ສໍາລັບ ການຮ່າງແຜນ ການໃຫຍ່ ໃນປະເທດນັ້ນ ຍັງບໍ່ມີ ຊຶ່ງປັດຈຸບັນ ມີພຽງແຕ່ ແຜນຍ່ອຍໆ ຂອງກົມ ເທົ່ານັ້ນ. ອີງຕາມ ຄໍາເວົ້າ ຂອງເຈົ້າໜ້າທີ່ ກະຊວງ ອຸດສາຫະກັມ ແລະ ການຄ້າ.
-
ຈະເຣີນສຸກ
2012-02-10 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ສປປລາວ ໄດ້ເຂົ້າ ເປັນ ສະມາຊິກ ອາຊຽນ ເມື່ອ ວັນທີ 23 ເດືອນ ກໍຣະກດາ ປີ 1997 ແລະ ພາຍໃຕ້ຂອບ ການຕົກລົງ AFTA ນັ້ນ ສປປລາວ ມີກໍານົດ ຫລຸດພາສີ ສິນຄ້າ ບາງຢ່າງ ໃນປີ 1998 ແລະ ຫລຸດ ພາສີ ໃຫ້ເຫລືອ 0-5% ໃນປີ 2008. ພ້ອມດຽວກັນນັ້ນ ຍັງຫລຸດ ພາສີ ສິນຄ້າ ກະເສຕ ໄມ້ແປຮູບ ບາງຊນິດ ໃນປີ 2006 ແລະ ຫລຸດໃຫ້ ເຫລືອ ພາສີອັຕຣາ 0-5% ໃນປີ 2015. ກ່ຽວກັບ ເຣື້ອງນີ້ ທາງການ ລາວ ໄດ້ເຣີ້ມ ປະຊາສັມພັນ ໃຫ້ພາກ ທຸຣະກິຈ ຮັບຮູ້ແດ່ແລ້ວ ເພື່ອຕຣຽມ ການຮັບມື. ເຈົ້າໜ້າທີ່ ກະຊວງ ອຸດສາຫະກັມ ແລະ ການຄ້າ ກ່າວຕື່ມວ່າ:
”ຂແນງກັານນັ້ນ ເພິ່ນມີ ຂອງໃຜຂອງມັນ ຢູ່ແລ້ວ ເວົ້າເຣື້ອງ SMEs ຂະເຈົ້າ ກໍມີວຽກ ຂອງຂະເຈົ້າເນາະ ອັນທີ່ວ່າ ເປັນອັນ ຮອງຮັບເນາະ ຕັ້ງແຕ່ ພຸ້ນແຫລະ ປີ 2010 ມາພຸ້ນແຫລະ ເຮົາໄດ້ ກໍໄດ້ເຜີຍແພ່ ວຽກຕົວນີ້ ໄປຫລາຍ ຖ້າວ່າ ເປັນຂອບໃຫຍ່ ພາບໃຫຍ່ໄປເລີຍ ເຮົາກໍຍັງ ບໍ່ເຫັນວ່າ ແມ່ນຕົວໃດ".
ເມື່ອເຖິງປີ 2015 ທຸຣະກິຈ ຜລິດສິນຄ້າ ບາງຢ່າງ ຂອງລາວ ອາດຈໍາເປັນ ຕ້ອງປັບໂຕ ຍ້ອນວ່າ ເມື່ອອັຕຣາ ພາສີ ຕໍ່າລົງ ຈະເຮັດໃຫ້ ມູນຄ່າ ການນໍາສິນຄ້າ ເຂົ້າ ຖືກລົງ ສິນຄ້າ ພາຍໃນປະເທດ ບາງຊນິດ ທີ່ມີ ຣາຄາແພງ ອາດຈະບໍ່ສາມາດ ແຂ່ງຂັນ ກັບສິນຄ້າ ທີ່ນໍາເຂົ້າໄດ້ ໂດຍສະເພາະ ທຸຣະກິຈ ທີ່ອາດຈະຕ້ອງ ປັບໂຕ ໄວທີ່ສຸດ ແມ່ນ ທຸຣະກິຈ ຊີເມັນ ແລະ ອຸປກອນ ການກໍ່ສ້າງ.
ທ່ານ ກ່າວຕື່ມວ່າ ສໍາລັບ ສປປລາວນັ້ນ ປໂຍດ ທີ່ຈະໄດ້ຮັບ ຈາກການ ເຂົ້າຮ່ວມ AFTA ຄື ເຣື້ອງທີ່ລາວ ສາມາດ ນໍາວັດຖຸດິບ ເຂົ້າ ແລະ ສິນຄ້າ ເຄິ່ງສໍາເລັດຮູບ ຈາກອາຊຽນ ໄດ້ ໃນຣາຄາຖືກ ຊຶ່ງຈະມີຜົລ ຕໍ່ການຫລຸດ ຕົ້ນທຶນ ການຜລິດ ແລະ ເພີ້ມຄວາມສາມາດ ໃນການສົ່ງອອກ ຊຶ່ງການແຂ່ງຂັນ ຈະເຮັດໃຫ້ ທຸຣະກິຈ ລາວ ມີຄຸນພາບ ຫລາຍຂຶ້ນ.