ລາວອາຈໄດ້ຢູ່ໃນ ການຄ້າໂລກທ້າຍປີນີ້

ສປປລາວ ອາຈໄດ້ ເຂົ້າຮ່ວມ ເປັນສະມາຊິກ ອົງການ ການຄ້າໂລກ WTO ໃນທ້າຍປີ 2012 ນີ້ ຊື່ງກໍາລັງ ມີການ ເລັ່ງລັດ ເຈຣະຈາ ກັບປະເທດ ຢູເຄຣນ. ອິງຕາມ ຄໍາເວົ້າ ຂອງ ທ່ານ Yi Xiaozhun ປະທານ ຄນະ ເຈຣະຈາ ເຣື່ອງການ ເຂົ້າຮ່ວມ WTO ຂອງລາວ.


ກົດຟັງສຽງ

ດຣ. ນາມ ວິຍະເກດ ຣັຖມົນຕຣີ ກະຊວງ ການຄ້າ ຂອງລາວ ເວົ້າວ່າ ນີ້ເປັນເປົ້າໝາຍ ອັນແຮງກ້າ ຂອງລາວ ແລະ ເປັນເປົ້າໝາຍ ພາວະວິສັຍ ຕົວຈິງ. ສປປລາວ ໄດ້ເຈຣະຈາ ແລະ ລົງນາມ ກັນແລ້ວ ກັບ ຈີນ ຍີ່ປຸ່ນ ເກົາຫລີໃຕ້ ການາດາ ອອສເຕຣເລັຽ ສະຫະຣັຖ ອະເມຣິກາ ແລະ ສະຫະພາບຢູໂຣບ ຍັງຄົງເຫລືອແຕ່ ຢູເຄຣນ ປະເທດດຽວ ທີ່ ສປປລາວ ກໍາລັງ ເຈຣະຈາ ກັນຢູ່ ຊຶ່ງທ່ານ Yi Xiaozhun ຄາດວ່າຄົງຈະ ສິ້ນສຸດລົງ ໃນກາງເດືອນ ເມສາ ທີ່ ຈະມາເຖິງນີ້.

ຢ່າງໃດກໍຕາມ ສປປລາວ ຍັງຈະຕ້ອງ ໄດ້ ທົບທວນ ຮ່າງກົດໝາຍຕ່າງໆ ວ່າດ້ວຍການ ເຂົ້າເຖິງຕລາດ ເພື່ອໃຫ້ສອດຄ່ອງ ກັບຣະບຽບການ ຂອງອົງການ ການຄ້າໂລກ. ສປປລາວ ເປັນນຶ່ງ ໃນຈໍານວນ ປະເທດທີ່ ຍາກຈົນທີ່ສຸດ ຂອງໂລກ ໄດ້ສເນີ ເຂົ້າຮ່ວມ ອົງການ ການຄ້າໂລກ ເມື່ອປີ 1997 ແຕ່ການ ເຈຣະຈາ ຫາກໍ່ເລີ່ມຂຶ້ນ ຢ່າງຈິງຈັງ ໃນປີ 2004 ແລະ ຕາມຣາຍງານ ຂ່າວຂອງວຽງຈັນ Times ແຈ້ງວ່າ ສປປລາວ ໄດ້ຮັບສຽງ ສນັບສນູນ ຈາກ ສະຫະຣັຖ ໃນການເຂົ້າເປັນ ສະມາຊິກ WTO ຊຶ່ງມີຄວາມໝາຍ ສໍາຄັນຍິ່ງ ສໍາລັບ ແຜນການ ຂອງລາວ ໃນການເຊື່ອມໂຍງ ທາງເສຖກິດ ຣະດັບ ພາກພື້ນ.

ເຈົ້າໜ້າທີ່ລາວ ແລະ ສະຫະຣັຖ ໄດ້ບັນລຸ ຂໍ້ສລຸບການ ເຈຣະຈາ ຣະຫວ່າງ 2 ຝ່າຍ ເມື່ອວັນທີ 14 ມີນາ ນີ້ ຊຶ່ງຈະຊ່ວຍ ໃຫ້ລາວ ເຂົ້າເຖິງ ຕລາດໂລກ ແລະ ການລົງທຶນ ຈາກ ຕ່າງປະເທດ ໄດ້ງ່າຍຂຶ້ນ. ປັຈຈຸບັນ ລາວ ມີບັນຫາ ການຊັກຊວນ ເອົາການລົງທຶນ ຈາກຕ່າງປະເທດ ໂດຍສະເພາະ ການມາລົງທຶນ ໃນຂແນງ ທີ່ບໍ່ໃຊ້ ຊັພຍາກອນ ທັມມະຊາດ ທີ່ລາວມີຢູ່ ແລ້ວນັ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org