ອິນເຕີແນັດອາຈແກ້ໄຂ ບັນຫາຄຣູແລະຫ້ອງຮຽນ
ລະບົບ ການຮຽນ ຜ່ານ ເຄືອຂ່າຍ ອິນເຕີແນັດ ຫລື e-learning ອາດເປັນ ທາງອອກ ສໍາລັບລາວ.
-
ໂພໄຊສວັດ
2010-12-07 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ລະບົບ ການຮຽນ ຜ່ານເຄືອຂ່າຍ ອິນເຕີແນັດ ຫລື e-learning ອາດເປັນ ຄຳຕອບ ສຳລັບລາວ ທີ່ມີບັນຫາ ຂາດເຂີນ ຄຣູສອນ ໂດຍສະເພາະ ຢູ່ເຂດ ຊົນນະບົດ ຫ່າງໄກ ສອກຫລີກ.
ພາຍໃຕ້ ລະບົບ ການຮຽນການສອນ ຜ່ານເຄືອຂ່າຍ ອິນເຕີແນັດ ຫລື e-learning, ນາຍຄຣູ ຜູ້ນຶ່ງ ສາມາດ ສອນເດັກນັກຮຽນ ໄດ້ຫລາຍ ຮ້ອຍຄົນ ພ້ອມກັນ ໂດຍໃຊ້ ການສອນຜ່ານ ທາງ ອິນເຕີແນັດ ຊຶ່ງລູກສິດ ບໍ່ວ່າຈະຢູ່ ພາກເໜືອ, ໃຕ້, ຕາເວັນອອກ ຫລື ຕາເວັນຕົກ ກໍຈະສາມາດ ນັ່ງຮຽນ ຢູ່ເຮືອນໄດ້ ໂດຍທີ່ ບໍ່ຈຳເປັນ ຕ້ອງຍ້າຍ ເຂົ້າໄປຮຽນ ຢູ່ນະຄອນຫລວງ ວຽງຈັນ.
ທີ່ປຶກສາ ຈາກ ບໍຣິສັດ ໃຫ້ການ ປຶກສາ ຝ່າຍໄປສະນີ ແລະ ໂທຣະຄົມ ມະນາຄົມ ທ່ານ Jaewook Cho ໄດ້ສເນີແຜນ ຫລັກສູດ ພັທນາ ລະບົບ e-learning ໃນລາວ ແລ້ວ. ທ່ານກ່າວວ່າ ເຖິງວ່າລະບົບ ອິນເຕີແນັດ ຂອງລາວ ຈະຊ້າແຕ່ ຫາກການສຶກສາ ໄດ້ຂຍາຍ ຜ່ານທາງ ອິນເຕີແນັດ ບໍ່ແມ່ນແຕ່ ສຳລັບ ນັກວິຊາການ ແຕ່ໃຊ້ໃນ ການ ພັທນາ ອາຊີວະ ສຶກສາ ຈະເປັນປໂຍດ ຫລາຍ ສຳລັບລາວ.
ທ່ານກ່າວອີກວ່າ ລະບົບ e-learning ສໍາຄັນ ທີ່ສຸດ ສຳລັບລາວ ເພາະລາວ ຍັງຂາດເຂີນ ນາຍຄຣູສອນ ແລະ ໂຮງຮຽນ ດັ່ງນັ້ນ ຈຶ່ງຄວນໃຊ້ ລະບົບການ ຮຽນການສອນ e-learning ໃຫ້ໄດ້ ປະສິດທິພາບ ຫລາຍຂຶ້ນ ເພື່ອທົດແທນ ການຂາດເຂີນ ຕ່າງໆ.
ປັດຈຸບັນນີ້ ລະບົບ ການຮຽນ ການສອນ e-learning ໃນລາວມີ ແຕ່ໃຊ້ຢູ່ ມະຫາວິທະຍາໄລ ແພດສາດ ຊຶ່ງໄດ້ຮັບ ການຊ່ວຍເຫລືອ ຈາກ ຣັຖບານ ປະເທດ ຝຣັ່ງເສດ ແລະ ມະຫວິທະຍາໄລ ແຫ່ງຊາດ ທີ່ໄດ້ຮັບການ ຊ່ວຍເຫລືອ ຈາກ ຣັຖບານ ຍີ່ປຸ່ນ ເທົ່ານັ້ນ.