ຄ່າພາສີເປີດ ທຸຣະກິຈໃນລາວ

ບໍຣິສັດ ທິ່ ດຳເນີນ ທຸຣະກິດ ໃນລາວ ໃຫ້ການວ່າ ອັດຕຣາ ການເສັຽ ພາສີ ສູງ ເປັນ ອຸປສັກ ໃນການ ດຳເນິນ ທຸຣະກິດ.


ກົດຟັງສຽງ

ໃນການໃຫ້ ຄຳຄິດເຫັນ ຕໍໍ່ການ ສຳຣວດ ຂອງ ທະນາຄານ ໂລກ ກ່ຽວກັບ ບັນຍາກາດ ການດຳເນິນ ທຸຣະກິດ ໃນລາວ, ກຸ່ມ ບໍຣິສັດ ຈາກພາຍໃນ ແລະ ຕ່າງ ປະເທດ ໃນລາວ ຖແລງວ່າ  ພາສີ ສຳລັບ ການດຳເນິນ ທຸຣະກິດ ສູງເກີນ ໄປ ແລະ ກໍເປັນການ ຍາກ ທິ່ ບໍ່ຣິສັດ ຈະສາມາດ ແຂ່ງຂັນ ໄດ້. ການສຳຣວດ ພົບວ່າ ບໍຣິສັດ ຕ່າງຊາດ ທິ່ເຮັດ ທຸຣະກິດ ໃນປະເທດ ເອເຊັຽ ຕາເວັນອອກ ແລະ ປາຊິຟິກ ກໍຖຶກ ເກັບ ພາສີສູງ ເຊັ່ນກັນ ແຕ່ຍັງຕ່ຳ ກວ່າ ສປປລາວ.

ໃນອາທິດນິ້ ທະນາຄານ ໂລກ ຈະເປີດເຜີຍ ບົດສຳຣວດ ຂັ້ນຕອນ ລາຍ ລະອຽດ ກ່ຽວກັບ ຄວາມຄິດ ຄວາມເຫັນ ຂອງ ຜູ້ ປະກອບການ ທິ່ດຳເນີນ ທຸຣະກິດ ໃນ ສປປລາວ ທິ່ໄດ້ແນະນຳ ຣັຖບານ ລາວ ເຖິງບາດກ້າວ ທິ່ສຳຄັນ ທິ່ ຣັຖບານ ຄວນເຮັດ ເພຶ່ອໃຫ້ ຂະເຈົ້າ ສາມາດ ດຳເນີນ ທຸຣະກິດ ໃນລາວ ໄດ້ຢ່າງ ຄ່ອງແຄ້ວ ທີ່ຈະເປັນ ແຮງດັນ ເຮັດໃຫ້ລາວ ກາຍເປັນນຶ່ງ ໃນບັນດາ ປະເທດ ທິ່ມີການ ເຕີບໂຕ ທາງດ້ານ ເສຖກິດ ໃນເຂດ ເອເຊັຽ-ປາຊິຟິກ ໄດ້ອີກ ຕໍ່ໄປ ໃນ ອະນາຄົດ.

ການເຕີບໂຕ ທາງດ້ານ ເສຖກິດ ໃນລາວ ປີນິ້ ຄາດວ່າ ປະມານ 8% ຫາ 8% ເຄິ່ງ ຫລາຍກວ່າ ຫລາຍ ປະເທດ ໃນຂົງເຂດ ຍ້ອນ ທຸຣະກິດ ໄຟຟ້າ ອຸດສາຫະກັມ ບໍ່ແຮ່ ແລະ ທຸຣະກິດ ການທ່ອງທ່ຽວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org