ລາວຕ້ອງມີຕ່າງປະເທດ ລົງທຶນໃຫ້ແລະພາເຮັດ
ສປປລາວ ຕ້ອງໄດ້ ອາສັຍ ເງິນລົງທຶນ ແລະ ວິຊາການ ດ້ານເທັກນິກ ຕ່າງໆ ຈາກ ຕ່າງປະເທດ.
-
2012-03-02 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ຊາວລາວ ສ່ວນນຶ່ງ ຮູ້ແລະເຫັນວ່າ ການໃຫ້ ສໍາປະທານ ແກ່ ບໍລິສັດ ຕ່າງຊາດ ເພື່ອມາລົງທຶນ ປູກພືດ ອຸດສາຫະກັມ ເປັນສິ່ງທີ່ ຈໍາເປັນ ຍ້ອນວ່າ ລາວຍັງຂາດ ເຄື່ອງມື ທີ່ທັນສໄມ ນັກວິຊາການ ແລະ ເງິນທຶນ. ຫາກການ ເຂົ້າມາລົງທຶນ ຂອງຊາວ ຕ່າງຊາດ ບໍ່ສ້າງ ຜົນກະທົບ ທີ່ຮຸນແຮງ ບໍ່ສ້າງຄວາມ ເດືອດຮ້ອນ ໃນຫລາຍໆດ້ານ ໃຫ້ ປະຊາຊົນ ລາວ ກໍຈະເປັນ ຜົນດີຕໍ່ ປະຊາຊຊົນ ແລະ ປະເທດຊາດ ແຕ່ການ ອະນຸມັດ ໃຫ້ ສໍາປະທານ ພື້ນທີ່ດິນ ກໍມັກມີ ບັນຫາ ຄວບຄູ່ກັນໄປ. ດັ່ງຄົນລາວ ຜູ້ນຶ່ງ ໃຫ້ຄວາມເຫັນ ວ່າ:
"ຂ້ອຍຄິດວ່າ ຄົນລາວ ຂາດພື້ນຖານ ທາງດ້ານ ການເຮັດ ການກະເສຕ ແລະ ກໍຂາດຕລາດ ແລະ ບໍ່ມີຕລາດ ຮັບຮອງ ສິນຄ້າ ກະເສຕ ແລະ ກໍບໍ່ມີ ວິທຍາການ ທາງ ວິທຍາສາດ ທີ່ ທັນສໄມ ເຄື່ອງກົນຈັກ ຕ່າງໆ ຍັງຖືວ່າ ເປັນຕົ້ນທຶນ ທີ່ສູງ ທຽບກັບ ວິຖີຊີວິດ ຂອງຄົນລາວ".
ຄົນລາວ ຜູ້ນັ້ນ ເວົ້າອີກວ່າ ການທີ່ ນັກລົງທຶນ ຕ່າງປະເທດ ນໍາເອົາເຄື່ອງມື ທັນສໄມ ມາໃຊ້ ກໍເປັນການດີ ໃນການພັທນາ ໂຄງການຕ່າງໆ ໃຫ້ໄດ້ໄວ ແລະ ມີປະສິດທິພາບ ຂຶ້ນ. ໃນເວລາ ດຽວກັນ ຄົນລາວ ອີກຜູ້ນຶ່ງ ກໍເຫັນວ່າ ພື້ນທີ່ດິນ ໃນລາວຍັງ ມີຢູ່ຫລາຍ ຫາກຈະປ່ອຍ ໃຫ້ຄົນລາວ ບຸກເບີກ ໂດຍບໍ່ໃຊ້ ເຄື່ອງມື ທັນສໄມ ກໍຄົງຈະບໍ່ມີ ຄວາມກ້າວໜ້າ ເທົ່າທີ່ຄວນ ຍ້ອນວ່າລາວ ຕ້ອງກ້າວໜ້າ ໃນທາງ ອຸດສາຫະກັມ ໃຫ້ທັນກັບ ປະເທດ ໃກ້ຄຽງ. ຄົນລາວ ຜູ້ນີ້ ໃຫ້ຄວາມເຫັນ ວ່າ:
"ຊັພຍາກອນ ມັນຫລາຍ ແຕ່ ປະຊາຊົນ ມັນໜ້ອຍ ຄັນປະໃຫ້ ປະຊາຊົນ ເຮັດ ມັນກໍເຮັດ ບໍ່ໄຫວ ເຂົາມາລົງທຶນ ກໍດີຄືກັນ ມັນກໍມີ ລາຍໄດ້ ເຂົ້າປະເທດ ຖ້າໂດນ ປະຊາຊົນ ກໍມີຜົນເສັຍ ຖ້າເປັນ ດິນຫລວງ ກໍຊິບໍ່ມີ ບັນຫາ".
ເຖິງວ່າໃນ ປັດຈຸບັນ ຈະມີ ນັກລົງທຶນ ຕ່າງຊາດ ເຂົ້າມາລົງທຶນ ຫລາຍ ພໍສົມຄວນ ແຕ່ກໍບໍ່ໄດ້ ສົ່ງເສີມ ໃຫ້ຊີວິດ ການເປັນຢູ່ ຂອງຄົນລາວ ສ່ວນໃຫຍ່ ດີຂຶ້ນເລີຍ ຊໍ້າບໍ່ພໍ ຍັງສ້າງ ຜົນກະທົບ ບັນຫາ ຂັດແຍ່ງ ໃຫ້ ປະຊາຊົນ ຊາວບ້ານ ບາງສ່ວນຊໍ້າ ໂດຍສະເພາະ ກ່ຽວກັບ ບັນຫາ ທີ່ດິນ.