ຊາວລາວເມືອບ້ານ ສລອງປີໃໝ່

ຊາວລາວ ທີ່ເຮັດວຽກ ຢູ່ໄທຽ ຢ່າງຫລວງຫລາຍ ພາກັນ ກັບບ້ານ ເພື່ອສລອງ ບຸນປີໃໝ່.

ເດັກນ້ອຍຍິງລາວ ແຕ່ງໂຕທ່ຽວຫລີ້ນ ບຸນປີໃໝ່ ໃນເຂດ ທາຕຫຼວງວຽງຈັນ the-nation

ກົດຟັງສຽງ

ຊາວລາວ ທີ່ເຮັດວຽກ ກາຣງານ ຢູ່ ປະເທສໄທຽ ສ່ວນຫລາຍ ຈະພາກັນ ກັບບ້ານ ໃນຍາມເທສກາລ ຕ່າງໆ ເຊັ່ນຍາມບຸນ ປີໃໝ່ ພ.ສ. 2555 ຫລື ຄ.ສ. 2012 ນີ້ ທີ່ດ່ານຊາຍແດນ ລາວ-ໄທຽ ເກືອບທຸກດ່ານ ກໍຈະເຫັນ ມີຊາວລາວ ພາກັນກັບ ເມືອບ້ານ ເພື່ອສລອງ ປີໃໝ່ ຮ່ວມກັບ ຄອບຄົວ ຍາຕພີ່ນ້ອງ.

ໜັງສືພີມ ຜູ້ຈັດກາຣ ອອນໄລນ໌ ໄດ້ຣາຍງານ ໃນມື້ວັນທີ່ 11 ເມສາ ນີ້ວ່າ ນັບແຕ່ທ້າຍ ສັປດາ ຜ່ານມາ ຢູ່ທ່າເຮືອ ເມືອງ ມຸກດາຫາຣ ໃນແຕ່ລະມື້ ກໍມີ ຊາຍໜຸ່ມ ຍິງສາວ ຊາວລາວ ບໍ່ຕໍ່າກວ່າ 500 ຄົນ ພາກັນ ເດີນທາງ ຈາກບາງກອກ ແລະ ຈາກເຂຕອື່ນໆ ພາກັນລໍຖ້າ ເຮືອຂ້າມ ໄປແຂວງ ສວັນນະເຂຕ ຈົນທາງກາຣ ເທສບາລ ເມືອງ ມຸກດາຫາຣ ຕ້ອງໄດ້ ຈັດຫາເຮືອ ເຂົ້າມາເສີມຕື່ມ ຫລາຍສິບລໍາ ເພື່ອລໍາລຽງ ເອົາ ຊາວລາວ ກັບບ້ານ.

ພ້ອມດຽວກັນນັ້ນ ຫ້າງຮ້ານ ຄ້າຂາຍຕ່າງໆ ໃນແຂວງ ມຸກດາຫາຣ ກໍປາກົດວ່າ ຄຶກຄັກ ໄປຕາມໆກັນ ຍ້ອນຫລາຍໆຄົນ ພາກັນແວ່ ຊື້ເຄື່ອງໃຊ້ ຂອງສອຍຕ່າງໆ ຮວມທັງ ອາຫາຣກາຣກິນ ທັງຂອງສົດ ຂອງແຫ້ງ ພ້ອມກັບເຄື່ອງໃຊ້ ໄຟຟ້າ ນາໆຊນິດ ເພື່ອເປັນຂອງຝາກ ພີ່ນ້ອງ ທາງບ້ານ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org