ກົດໝາຍ ໃນສປປ ລາວ

ຊາວລາວ ພາກັນ ຈົ່ມວ່າ ສປປລາວ ມີກົດໝາຍ ແຕ່ບໍ່ ສັກສິດ ບໍ່ເຂັ້ມງວດ ເຈົ້າໜ້າທີ່ ຂອງຣັຖກໍບໍ່ ປະຕິບັດ ຕາມກົດໝາຍ ຖ້າໃຊ້ ກົດໝາຍ ກໍແມ່ນ ເພື່ອເອົາປຽບ ປະຊາຊົນ.

ຫໍພິພິທພັນ ໄກສອນ ພົມວິຫານ ທີ່ນະຄອນຫຼວງ ວຽງຈັນ vietnamtourism-jsc

ຕົວຢ່າງ ເຊັ່ນວ່າເ ຣັຖບານ ຍຶດເອົາທີ່ດິນ ຂອງ ປະຊາຊົນ ແລ້ວມອບໃຫ້ ນັກລົງທຶນ ຕ່າງປະເທດ ໂດຍທີ່ ປະຊາຊົນ ບໍ່ມີສິດ ຕໍ່ວ່າຕໍ່ຂານ ເລີຍ. ຊາວລາວ ຄົນນຶ່ງ ເວົ້າວ່າ:

“ປະຊາຊົນ ກໍຄື ປະຊາຊົນ ບາງຄັ້ງ ກົດໝາຍ ກໍບໍ່ໄດ້ຄຸ້ມຄອງ ດ້ວຍຊ້ຳໄປ ຣັຖບານ ເປັນຜູ້ໃຊ້ ກົດໝາຍ ປະຊາຊົນ ບໍ່ໄດ້ມີສິດ ບາງຄັ້ງຄິດ ແນວນັ້ນ ກໍບາງຄັ້ງ ຣັຖບານ ກໍເອົາປຽບ ປະຊາຊົນ ດ້ວຍການຍຶດທີ່ດິນ ຂອງ ປະຊາຊົນ ບ່ອນນັ້ນ ບ່ອນນີ້ ເພື່ອໄປກໍ່ສ້າງ ສັມປະທານໃຫ້ ຕ່າງປະເທດ ອັນນີ້ ກໍຄິດວ່າ ເອົາປຽບ ປະຊາຊົນ ການທົດແທນ ມັນກໍມີ ແຕ່ກໍຖືວ່າ ມັນບໍ່ສົມດູນ ຄ່າຂອງ ທີ່ປະຊາຊົນ ເສັຍໄປ”.

ຊາວລາວຜູ້ນີ້ ເວົ້າອີກວ່າ ຢູ່ລາວ ປະຊາຊົນ ບໍ່ມີສິດ ບໍ່ມີສຽງຫຍັງ ຕົວຢ່າງ ກໍຣະນີ ຊາວບ້ານ ບໍ່ຢາກໂຍກຍ້າຍ ອອກຈາກບ່ອນຢູ່ ແລະ ບ່ອນທຳມາ ຫາກິນ ຂອງພວກເຂົາ ແຕ່ກໍບໍ່ສາມາດ ປະທ້ວງ ຕໍ່ວ່າຕໍ່ຂານໄດ້ ເຖິງວ່າຈະມີ ກົດໝາຍ ອະນຸຍາດ ໃຫ້ປະຊາຊົນ ມີໂອກາດ ຂໍຄວາມເປັນທັມ ຢູ່ກໍຕາມ. ຕົວຢ່າງ ຢູ່ແຂວງ ເຊກອງ ປະຊາຊົນ ໃນບ້ານນຶ່ງ ຮຽກຮ້ອງຂໍທີ່ດິນ ຂອງພວກ ເຂົາເຈົ້າຄືນ ທີ່ທາງການ ຍຶດເອົາແລ້ວ ໃຫ້ສັມປະທານ ແກ່ນັກລົງທຶນ ຕ່າງປະເທດ. ຊາວບ້ານ ເຫລົ່ານີ້ ຮຽກຮ້ອງ ຂື້ນໄປເຖິງ ສະພາ ແຫ່ງຊາດລາວ ແຕ່ເມື່ອປະມານ ສອງ ເດືອນກ່ອນ ຊາວບ້ານ ເຈັດຄົນຖືກຈັບ ຕໍ່ມາຖືກປ່ອຍ ແຕ່ຖືກຂູ່ວ່າ ຖ້າບໍ່ຍອມຮັບເອົາ ຄ່າຊົດເຊີຍ ຊາວບ້ານ ຈະຖືກຈັບອີກ. ສ່ວນຊາວບ້ານ ຕິວ່າ ຄ່າຊົດເຊີຍ ໜ້ອຍເກີນໄປ.

ຊາວລາວຜູ້ຢູ່ ໃນເມືອງ ບາງຄົນ ກໍກ້າຕໍ່ວ່າຕໍ່ຂານ ກັບເຈົ້າໜ້າທີ່ ຕຳຣວດ ຢູ່ແຕ່ກໍຖືກຂູ່ ຄືນວ່າ:

“ໄປທາງເພິ່ນແຫຼະ ຖືວ່າຂ້ອຍ ເຄີຍໄປເວົ້າ ໃສ່ຕຳຣວດ ເຂົາກໍຢາກຫາ ເຣື່ອງ ຈັບເຂົ້າຄຸກ ເມືອງລາວນີ່ ກົດໝາຍ ມັນບໍ່ຢາກມີ ມັນມີແຕ່ກົດ ຕາມສັງຄົມ ບໍ່ມີກົດໝາຍ ຕາມທີ່ຂ້ອຍຮູ້ ມັນມີວິທີ ຂອງເຮົາ ມັນຄຸ້ນເຄີຍ ກໍຢູ່ໄດ້.”

ປະຊາຊົນລາວ ຂາດທີ່ເພິ່ງ ຖ້າອາໄສຣັຖບານ ຣັຖບານແຮງ ເອົາລັດເອົາປຽບ ຖ້າຈະອາສັຍ ສື່ມວລຊົນ ກໍມີພຽງ ໄວ້ຮັບໃຊ້ ພັກແລະຣັຖ ບໍ່ຮັບໃຊ້ ປະຊາຊົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org