ປະທານສະພາໃຫ້ຄວາມເຫັນ ແກ້ໄຂຄວາມທຸກຍາກ
ກອງປະຊຸມ ສະພາແຫ່ງຊາດ ຫາລື ກ່ຽວກັບ ການຫລຸດຜ່ອນ ແລະ ແກ້ໄຂ ຄວາມທຸກຍາກ ໃຫ້ກັບ ປະຊາຊົນ ໃນເຂດ ຊົນນະບົດ.
-
ຈະເຣີນສຸກ
2010-12-22 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ທ່ານ ທອງສິງ ທັມມະວົງ, ປະທານ ສະພາ ແຫ່ງຊາດ, ສະແດງຄວາມເຫັນ ກ່ຽວກັບ ການພັທນາ ແກ້ໄຂບັນຫາ ຄວາມທຸກຍາກ ຂອງ ປະຊາຊົນ, ຊຶ່ງທ່ານ ກ່າວໃນມື້ ກອງປະຊຸມ ສມັຍສາມັນ ຄັັ້ງທີ່ 10 ໃນມື້ວັນທີ 22 ທັນວາ ວ່າ ສະມາຊິກ ສະພາ ປະຈໍາ ເຂດແຂວງຕ່າງໆ ຈະຕ້ອງຄົ້ນຄວ້າ ພັທນາ ຊຸກຍູ້ ປະຊາຊົນ ແລະ ພັທນາ ແຂວງຕ່າງໆ:
“ຕັ້ງຂຶ້ນ ຄືແນວນັ້ນ ໃຫ້ພວກທ່ານ ຄົ້ນຄວ້າ ຄິດໄລ່ ເບິ່ງສັດສ່ວນ ໃນການລົງທຶນ ໃນການພັທນາ ເວົ້າໃນນັ້ນ ທິສດີ ຢູ່ໃນຣາຍງານ ການເມືອງ ກໍຄື ແນວນັ້ນແຫລະ ກະຕຸກຊຸກຍູ້ ການຜລິດສິນຄ້າ ຂອງປະຊາຊົນ".
ທ່ານ ກ່າວຕື່ມວ່າ ບັນຫາ ຄວາມທຸກຍາກ ຂອງ ປະຊາຊົນ ໃນທົ່ວປະເທດ ນັ້ນ ກໍເປັນ ບັນຫາໃຫຍ່ ເຖິງແມ່ນວ່າ ຈະມີເຣື້ອງ ການຊ່ອຍເຫລືອ ຈາກປະເທດຕ່າງໆ ໃຫ້ເງິນທຶນ ມາແກ້ໄຂ ພັທນາ ແລະ ຈັດຕັ້ງ ໂຄງການພັທນາ ຕ່າງໆ ໃຫ້ກັບ ປະຊາຊົນ ແລະ ຊຸມຊົນ ໃນຫລາຍແຫ່ງ ທົ່ວປະເທດ ກໍຕາມ, ແຕ່ເງິນ ທີ່ໄດ້ມາ ກໍບໍ່ພຽງພໍ. ການແກ້ໄຂ ທີ່ທຸກຝ່າຍ ຊ່ອຍເຫລືອ ກັນໄດ້ ກໍຄື ການຈັດຕັ້ງ ໂຄງການ ກະຕຸກຊຸກຍູ້ ໃຫ້ປະຊາຊົນ ສາມາດ ປະກອບອາຊີບ ຫລາຍຂຶ້ນ ແລະ ຜັກດັນ ການກະຈາຍ ສິນຄ້າ ເພື່ອສົ່ງອອກຂາຍ ໃຫ້ໄດ້.
ສໍາລັບ ເຣື້ອງການແກ້ໄຂ ບັນຫາ ຄວາມທຸກຍາກ ຜ່ານກອງທຶນນີ້ ເຈົ້າໜ້າທີ່ ກ່ຽວຂ້ອງ ຂອງ ຣັຖບານລາວ ເຄີຍເປີດເຜີຍ ແລະ ຍອມຮັບ ວ່າ ການແກ້ໄຂ ບັນຫາ ຄວາມທຸກຍາກ ໃຫ້ກັບ ປະຊາຊົນ ທົ່ວປະເທດ ຍັງເປັນເຣື້ອງ ທີ່ປະຕິບັດ ໄດ້ຍາກ ແຕ່ກໍຈະສືບຕໍ່ ແກ້ໄຂ, ໂດຍສະເພາະ ປະຊາຊົນ ໃນເຂດສອກຫລີກ ຫ່າງໄກ ຈະເປັນສິ່ງ ທີ່ຕ້ອງແກ້ໄຂ ເປັນລໍາດັບໄປ.