ຊາວລາວເຈົ້າຂອງກິຈການ ບໍ່ຢາກໂຍກຍ້າຍ

ຄົນລາວ ທີ່ເປັນ ເຈົ້າຂອງ ກິຈກາຣ ບໍ່ຢາກ ໃຫ້ມີກາຣ ເວນຄືນ ທີ່ດິນ ເພາະບໍ່ຢາກ ໂຍກຍ້າຍ ແຕ່ກໍບໍ່ມີ ສິທ ຮຽກຮ້ອງ ຕໍ່ວ່າ ກັບທາງ ຣັຖບາລ.

ຮ້ານຄ້າຂາຍ ຂອງຊາວລາວ ທີ່ສາມາດ ຫາລ້ຽງຊີພ ໄດ້ຢ່າງສະບາຍ ກູ້ມຄອບຄົວ ພໍຢູ່ພໍກິນ Phieng Chansina

ກົດຟັງສຽງ

ກາຣເວນຄືນ ທີ່ດິນ ເພື່ອ ໂຄງກາຣ ກໍໍ່ສ້າງ ຕ່າງໆໃນ ສປປລາວ ແຕ່ລະເທື່ອ ໄດ້ເຮັດໃຫ້ ປະຊາຊົນ ຈຳນວນ ຫລວງຫລາຍ ຕ້ອງໄດ້ຮັບ ຄວາມ ເດືອນຮ້ອນ ໂດຽສະເພາະ ຜູ້ທີ່ມີ ກິຈກາຣ ສ່ວນຕົວ ຢູ່ແລ້ວ ນັ້ນ ກໍບໍ່ຢາກ ໂຍກຍ້າຍ ໄປຕັ້ງຖິ່ນຖານ ຢູ່ບ່ອນໃໝ່ ແຕ່ກໍຕ້ອງ ຈຳເປັນຍ້າຍ ໄປຢູ່ ບ່ອນໃໝ່ ເພາະ ບໍ່ສາມາຕ ທີ່ຈະຮຽກຮ້ອງ ສິທທິໃດໆ ທັ້ງສິ້ນ. ດັ່ງທີ່ ຣາສດອນ ແຂວງ ຈຳປາສັກ ຜູ້ໜຶ່ງ ໄດ້ເວົ້າ ເປັນສຳນຽງ ໄທຽ ວ່າ:

"ເວນຄືນນີ້ ມັນຖ້າເຮົາ ທຳແບບ ເສຖກິຈ ຂອງເຮົາ ແບບຄົງຕົວ ໄມ່(ບໍ່) ຢາກຍ້າຍ ອອກໄປ ມັນກໍມີ ຄວາມໝາຍ ກັບເຮົາ ເຮົາກໍໄມ່ (ບໍ່) ຢາກເວນຄືນ ບາງທີ່ ເຮົາຕ້ອງ ໄປໃຊ້ ທີ່ອື່ນ ເປັນທີ່ ທຳມາ ຫາກິນ ເຮົາຕ້ອງ ຫາເງິນທຶນ ຫລາຍ ພໍສົມຄວນ ເຮົາກໍມີ ຄວາມ ເດືອດຮ້ອນ ຄືບາງທີ ປະຊາຊົນ ຜູ້ນ້ອຍ ມັນຮຽກຮ້ອງ ອັນໃດ ກໍບໍ່ໄດ້ (ອັນນີ້ແມ່ນ ຄວາມຈິງແທ້ໆ)"

ຄົນລາວ ຜູ້ນີ້ ໄດ້ໃຫ້ ກາຣຊີ້ແຈງ ເພີ່ມວ່າ ກາຣເວນຄືນ ແລະ ກາຣຊົດເຊີຽ ທີ່ດິນນັ້ນ ອາຈຈະເປັນ ຜົລດີ ສຳຫລັບ ປະຊາຊົນ ທີ່ບໍ່ທັນມີ ອາຊີພ ເປັນຫລັກແຫລ່ງ ທີ່ບໍ່ໄດ້ ຮັບຄວາມ ເສັຽຫາຍ ແຕ່ຢ່າງໃດ, ແຕ່ ສະເພາະ ຜູ້ທີ່ມີ ກິຈກາຣ ສ່ວນຕົວນັ້ນ ຈະຕ້ອງໄດ້ ເຣີ່ມຕົ້ນໃໝ່ ທັ້ງໝົດ ແລະ ທຶນຮອນ ກໍບໍ່ໍ່ມີພໍ ແລະ ອີກຢ່າງໜຶ່ງ ກ່ອນຈະມີ ກາຣຈັດ ໂຄງກາຣ ກໍ່ສ້າງ ອັນໃດ ອັນໜຶ່ງ ນັ້ນ ທາງກາຣ ກ່ຽວຂ້ອງ ຂອງ ຣັຖບາລ ກໍບໍ່ມີ ກາຣສອບຖາມ ຄວາມເຫັນນຳ ປະຊາຊົນ ກ່ອນຈັກເທື່ອ ແລະ ກໍເປັນ ກາຣຍາກ ທີ່ຈະຄັດຄ້ານ ເພາະບໍ່ມີ ສິທທິ ໃດໆ.

ໃນຂນະດຽວກັນ ຊາວ ນະຄອນຫລວງ ວຽງຈັນ ຜູ້ໜຶ່ງ ກໍໃຫ້ ຄວາມເຫັນ ກ່ຽວກັບ ກາຣເວນຄືນ ແລະ ຊົດເຊີຽ ຄ່າທີ່ດິນ ນັ້ນວ່າ ຄວນຈະມີ ຄວາມ ຍຸຕິທັມ ແດ່ ຖ້າບໍ່ດັ່ງນັ້ນ ປະຊາຊົນ ກໍບໍ່ຢາກ ຈະເຫັນດີ ນຳ:

"ມັນກໍຕອບ ຍາກຄືກັນ ເພາະວ່າ ອັນນີ້ ບໍ່ທັນໄດ້ ຖືກດິນ ໂຄງກາຣ ເທື່ອ ອັນນີ້ຂ້ອຍ ບໍ່ຮູ້ຂໍ້ມູລ ແຕ່ມັນໜ້າ ຈະເປັນທັມ ເພາະວ່າ ຖ້າ ບໍ່ເປັນທັມ ປະຊາຊົນ ກໍບໍ່ ຍິນຍອມ".

ເຖິງຢ່າງໃດ ກໍຕາມ ກາຣເວນຄືນ ແລະ ຊົດເຊີຽ ທີ່ດິນ ນັ້ນ ປະຊາຊົນ ຜູ້ທີ່ມີ ກິຈກາຣ ເປັນຂອງ ຕົນເອງ ເປັນຝ່າຍ ໄດ້ຮັບ ຄວາມເສັຽຫາຍ ຫລາຍກວ່າ ຜູ້ຄົນອື່ນໆ ເພາະຕ້ອງໄດ້ ມີກາຣ ລົງທຶນ ໃໝ່ ໃນກາຣ ເປີດກິຈກາຣ ໃນ ແຕ່ລະເທື່ອ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org