ຄົນງານຕ່າງດ້າວ ຕ້ອງລົງທະບຽນ

ທາງການລາວ ປະກາດ ໃຫ້ນາຍຈ້າງ ສົ່ງລາຍຊື່ ຈຳນວນ ແຮງງານ ຕ່າງດ້າວ ກ່ອນຂື້ນ ທະບຽນ.


ກົດຟັງສຽງ

ທາງການລາວ ໄດ້ປະກາດ ໃຫ້ບັນດາ ນາຍຈ້າງ ສົ່ງລາຍຊື່ ແຮງງານ ຕ່າງດ້າວ ຂອງຕົນ ມາກ່ອນຂື້ນ ທະບຽນ ບໍ່ໃຫ້ກາຍ ວັນທີ 31 ມີນາ ຫລັງຈາກນັ້ນ ກໍຈະມີ ການສຳພາດ ພິຈາຣະນາ ອອກໃບ ອະນຸຍາດ ໃຫ້ ເຮັດວຽກ. ເນື່ອງຈາກວ່າ ໃນຣະຍະ ທີ່ຜ່ານມາ ມີແຮງງານ ຕ່າງດ້າວ ເປັນຈຳນວນ ຫລວງຫລາຍ ທີ່ເຂົ້າມາ ເຮັດວຽກ ໃນລາວໂດຍ ບໍ່ໄດ້ຮັບ ອະນຸຍາດ. ດັ່ງທ່ານ ຄຳຂັນ ພິມສວັນ ອະທິບໍດີ ກົມແຮງງານ ກ່າວວ່າ:

"ກໍໄດ້ແຈ້ງ ໃຫ້ບັນດາ ບໍຣິສັດ ບໍ່ຫມາຍ ຄວາມວ່າ ຂື້ນທະບຽນ ຕ້ອງມາຂື້ນ ບັນຊີ ແຮງງານ ຕ່າງປະເທດ ທີ່ມາເຮັດ ວຽກຢູ່ລາວນີ້ ສຳເຣັດ ພາຍໃນເດືອນ 3 ນີ້ ແລ້ວຫລັງຈາກ ນັ້ນ ຣັຖບານ ຊີ່ ພິຈາຣະນາ ເລື້ອງ ຂື້ນທະບຽນ ອອກບັດ ອະນຸຍາດ ເຮັດວຽກໃຫ້ ຕາມຫລັກການ".

ທ່ານກ່າວ ຕໍ່ໄປວ່າ ໃນປັດຈຸບັນ ມີແຮງງານ ຕ່າງດ້າວ ລັກເຂົ້າມາ ເຮັດວຽກ ໃນລາວ ຈາກປະເທດ ເພື່ອນບ້ານ ເປັນຈຳນວນ ຫລວງຫລາຍ ບໍ່ຮູ້ວ່າ ມີຈຳນວນ ຫລາຍປານໃດ ເພາະຍາກ ໃນການ ກວດສອບ. ພວກທີ່ເຂົ້າມາ ຕາມເຂດຊາຍແດນ ປະເທດ ເພື່ອນບ້ານນັ້ນ ຫລາຍຄົນ ກໍ່ແອບອ້າງວ່າ ເປັນນັກ ທ່ອງທ່ຽວ ແຕ່ມາລັກ ເຮັດວຽກ ດັ່ງນັ້ນ ທາງຫ້ອງການ ຈື່ງໄດ້ ປະກາດ ໃຫ້ນັກລົງທືນ ມາແຈ້ງ ຈຳນວນ ແຮງງານ ຕ່າງດ້າວ ທີ່ຕົນຈ້າງ ກ່ອນທາງການ ຈະໄປກວດກາ ແລະ ຈັບກຸມ. ທ່ານກ່າວເພີ້ມອີກວ່າ:

"ພາຍຫລັງທີ່ ຫມົດກຳນົດ ທີ່ໄດ້ປະກາດ ນັ້ນແລ້ວ ຖ້າພົບເຫັນ ວ່າບໍ່ມາລົງ ທະບຽນ ຕາມແຈ້ງການ ຂອງ ຣັຖມົນຕຣີ ກໍຈະຕ້ອງ ດຳເນີນ ການຕາມ ຣະບຽບ ກົດຫມາຍ".

ທາງການລາວ ໄດ້ອອກມາຕການ ໃຫ້ຜູ້ ປະກອບການ ທັງຫລາຍ ໃນລາວ ນຳເຂົ້າ ແຮງງານ ຕ່າງດ້າວ ແບບຖືກຕ້ອງ ຕາມກົດຫມາຍ ແຕ່ບໍ່ໃຫ້ເກີນ 20% ຂອງແຮງງານ ທັງຫມົດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org