ຣາຄາດິນໃນລາວ ສູງຂື້ນຢ່າງຕໍ່ເນື່ອງ
ໃນຣະຍະ 2-3 ປີ ຜ່ານມາ ເສຖກິດ ໃນລາວ ຂຍາຍຕົວ ໂດຍສະເພາະ ໃນ ນະຄອນຫລວງ ວຽງຈັນ ມີບໍຣິສັດ ຕ່າງຊາດ ເຂົ້າມາ ລົງທືນ ແລະ ເຊົ່າ ສະຖານທີ່ ເຮັດ ທຸຣະກິດ ຢ່າງຫລວງຫລາຍ.
-
ສິດນີ
2012-03-22 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ເຈົ້າຫນ້າທີ່ ຜັງເມືອງ ທີ່ ນະຄອນຫລວງ ວຽງຈັນ ເວົ້າວ່າ:
"ໂດຍທົ່ວໄປແລ້ວ ມັນກໍ ແລ້ວແຕ່ທຳເລ ແລ້ວແຕ່ ສະຖານທີ່ເນາະ ບາງຈຸດ ກໍຄືເກົ່າ ບາງຈຸດ ກໍເພີ້ມຂື້ນ ຕາມການ ຂຍາຍຕົວ ຂອງຕົວເມືອງ ຫັ້ນແລ້ວ".
ທ່ານກ່າວ ຕໍ່ໄປວ່າ ຣາຄາທີ່ດີນ ໃນ ແຕ່ລະຈຸດນັ້ນ ຈະມີຣາຄາ ບໍ່ເທົ່າກັນ ແຕ່ໃນເຂດ ນະຄອນຫລວງ ວຽງຈັນ ຣາຄາ ຈະສູງກວ່າ ທີ່ອື່ນໆ ເຊັ່ນທີ່ດີນ ໃກ້ກັບແຄມ ແມ່ນ້ຳຂອງ ຈະມີຣາຄາ ຕາຕຣາງແມັດ ລະ 2 ພັນໂດລາ ແລະ ໃນບໍຣິເວນ ເຂດ ເທສບານ ນະຄອນຫລວງ ວຽງຈັນ ກໍຂື້ນສູງຄືກັນ ເຊັ່ນ ເຂດໃກ້ ທາດຫລວງ ເຂດວັດຈັນ ວັດນາກ ແລະ ບໍຣິເວນ ສນາມບີນ ວັດໃຕ.
ຣາຄາທີ່ດີນ ໃນນະຄອນຫລວງ ວຽງຈັນ ສູງຂື້ນ 10 ເທົ່າ ໃນຣະຍະ 5 ປີ ທີ່ຜ່ານມາ ກໍຍ້ອນມີ ນັກລົງທືນ ຕ່າງຊາດ ເຂົາມາຍາດແຍ່ງ ກັນຊື້ ຮ່ວມທັງມີ ໂຄງການພັທນາ ເສັ້ນທາງ ຕຶກອາຄານ ຂອງຣັຖ ແລະ ມີເຂດ ເສຖກິດພິເສດ ໃນຫລາຍແຫ່ງ ເກີດຂື້ນ ທີ່ພາໃຫ້ ພື້ນທີ່ ໃກ້ຄຽງມີຣາຄາ ສູງຂື້ນ.