ດິນຈັດສັນ ເມືອງໄຊທານີ

ທີ່ດິນ ໃນເຂດ ເມືອງ ໄຊທານີ ທີ່ໄດ້ ຈັດສັນ ໄວ້ສໍາລັບ ປະຊາຊົນ ຜູ້ຈໍາເປັນ ຕ້ອງໄດ້ ໂຍກຍ້າຍ ຍ້ອນໂຄງການ ຕ່າງໆ ໄດ້ຖືກ ບຸກລຸກ ຍ້ອນມີການ ເຂົ້າໃຈຜິດ

ໃນຕົວເມືອງ ໄຊເສດຖາ ແລະເມືອງ ໄຊທານີ ກໍມີພົລເມືອງ ທີ່ໜາແໜ້ນ RFA

ກົດຟັງສຽງ

ປະຊາຊົນ ຫລວງຫລາຍ ພາກັນ ຈັບຈອງ ພື້ນທີ່ດິນ ໃນເຂດ ເມືອງ ໄຊທານີ ທີ່ໄດ້ ຖືກຈັດສັນ ໄວ້ໃຫ້ ປະຊາຊົນ ຜູ້ທີ່ຈໍາເປັນ ຕ້ອງໄດ້ ໂຍກຍ້າຍ ອອກຈາກ ໂຄງການ ພັທນາ ຕ່າງໆ, ບັນຫາ ສ່ວນນຶ່ງ ເກີດຂຶ້ນຍ້ອນ ການໃຫ້ ຂໍ້ມູນ ທີ່ຄາດເຄື່ອນ ຂອງເຈົ້າໜ້າທີ່ ຮັບຜິດຊອບ.

ທາງການ ກ່ຽວຂ້ອງ ຕ້ອງໄດ້ແຈ້ງ ໃຫ້ຜູ້ມາ ຈັບຈອງ ພື້ນທີ່ດິນ ຍ້າຍອອກໄປ ເພາະການ ກະທຳ ດັ່ງກ່າວ ຜິດກົດໝາຍ. ດັ່ງທ່ານແພງ ພາພິມພາ ຫົວໜ້າ ຫ້ອງການ ຄຸ້ມຄອງ ທີ່ດິນ ເມືອງ ໄຊທານີ ນະຄອນຫລວງ ວຽງຈັນ ໄດ້ ອະທິບາຍ ວ່າ:

"ຈັບຈອງ ບໍ່ຖືກ ກົດໝາຍ ແບບດິນຣັຖ ຂະເຈົ້າ ກໍມາຢູ່ ແບບດິນ ເປົ່າຫວ່າງ ຂະເຈົ້າ ກໍເຂົ້າໃຈວ່າ ເປັນດິນ ເປົ່າຫວ່າງ ແລະ ກໍມາຢູ່ກັນ ກໍມີ ຈຳນວນນຶ່ງ ໃຫ້ຂໍ້ມູນ ຂະເຈົ້າ ບໍຊັດເຈນ ຂະເຈົ້າ ກໍນຶກວ່າ ເປັນດິນຫວ່າງ ທີ່ແທ້ ກໍແມ່ນ ດິນຣັຖ ຄຸ້ມຄອງ".

ທ່ານ ແພງ ເວົ້າຕໍ່ໄປ ອີກວ່າ ພື້ນທີ່ດິນ ທີ່ມີ ບັນຫາໃນເຂດ ເມືອງ ໄຊທານີ ມີປະມານ 10 ກວ່າເຮັກຕາ. ສ່ວນຫລາຍແລ້ວ ປະຊາຊົນ ໄດ້ເຂົ້າ ມາຈັບຈອງ ບຸກເບີກ ແລະ ຢູ່ອາສັຍ ແບບຜິດ ກົດໝາຍ ເພາະເປັນ ປ່າສງວນ. ປະຊາຊົນ ຈໍານວນນຶ່ງ ຍ້າຍມາຈາກ ຕ່າງແຂວງ, ອີກຈໍານວນນຶ່ງ ໂຍກຍ້າຍ ມາຍ້ອນ ໂຄງການພັທນາ ຕ່າງໆ ແລະ ອີກຈໍານວນນຶ່ງ ໂຍກຍ້າຍ ຕິດຕາມມາ ໂດຍເຂົ້າ ມາອາສັຍ ຢູ່ຢ່າງບໍ່ມີ ເອກກະສານ ຖືກຕ້ອງ ແລະ ບໍ່ໄດ້ຮັບ ອະນຸຍາດ ຈາກທາງການ ກ່ຽວຂ້ອງ.

ຕໍ່ບັນຫາ ດັ່ງກ່າວ ທາງການ ມີເອກກະສານ ຄົບຖ້ວນ ແລະ ຮູ້ວ່າ ດິນຕອນໃດ ເປັນຂອງຣັຖ ແລະ ສາມາດ ກວດສອບໄດ້ ວ່າດິນຕອນໃດ ຖືກຄອບຄອງ ຈັບຈອງ ຢ່າງຜິດ ກົດໝາຍ. ທ່ານແພງ ເວົ້າວ່າ:

"ໄທເຮົາ ກໍກວດວ່າ ໃຜມາຖືກຕ້ອງ ບໍ່ຖືກຕ້ອງ ບ່ອນຫັ້ນ ຣັຖຮັບຮູ້ວ່າ ເປັນດິນສງວນ ຂອງຣັຖໄວ້ ແຕ່ໃດມາແລ້ວ ຂະເຈົ້າ ມາຢູ່ອີກແລ້ວ ກໍແຈ້ງໃຫ້ ເພິ່ນອອກ ກໍຊິອອກ ຕໍໄປ ກໍສິໄດ້ອອກ ເພາະວ່າ ພວກເຮົາ ສິເອົາພວກ ທີ່ຖືກ ໂຍກຍ້າຍ ບ່ອນອື່ນ ມາຢູ່ແທນ ກໍຊິໄດ້ອອກ".

ສຳລັບ ປະຊາຊົນ ທີ່ໄດ້ມາ ຈັບຈອງ ພື້ນທີ່ດິນ ແບບຜິດ ກົດໝາຍ ຫາກຂາດ ບ່ອນຢູ່ ອາສັຍແທ້ໆ ກໍສາມາດ ສົ່ງຄໍາຮ້ອງຫາ ຣັຖບານ ເພື່ອຂໍ ອະນຸມັດ ໄດ້ ແຕ່ຕາມ ປົກກະຕິ ແລ້ວ ຈະບໍ່ໄດ້ ຮັບ ອະນຸມັດ ເພາະພື້ນທີ່ດິນ ໄດ້ຖືກ ຈັດສັນໄວ້ ໃຫ້ຜູ້ຈຳເປັນ ຕ້ອງໂຍກຍ້າຍ ຈາກໂຄງການ ພັທນາຕ່າງໆ ໂດຍສະເພາະ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org