ຈີນຈະຈ້າງ ຄົນງານລາວຫຼາຍຂື້ນ
ທາງການ ແຂວງຄໍາມ່ວນ ຂໍໃຫ້ພວກ ບໍຣິສັດ ຂອງຈີນ ຈ້າງຄົນງານ ລາວ ຫຼາຍຂື້ນ.
-
ໂພໄຊສວັດ
2012-02-29 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ກົມແຮງງານ ແລະ ສວັດດີການ ແຂວງຄໍາມ່ວນ ຫວັງວ່າ ຈະສາມາດ ຫລຸດຜ່ອນ ຈໍານວນ ຄົນງານລາວ ທີ່ໄປຂາຍ ແຮງງານ ໃນ ຕ່າງປະເທດ ລົງໄດ້ ຍ້ອນວ່າ ປັດຈຸບັນ ບໍລິສັດ ຂອງຈີນ ໃນແຂວງ ໄດ້ປະກາດ ຮັບສມັກ ຄົນງານລາວ ເພື່ອເຂົ້າ ເຮັດວຽກ ໃນໂຮງງານ ແລະ ໂຄງການຕ່າງໆ ຂອງຈີນ ຫລາຍເພີ້ມຂຶ້ນ. ດັ່ງທ່ານ ບຸນສຽງ ສາພັກດີ ຫົວໜ້າຜແນກ ແຮງງານ ແລະ ສວັດດີການ ແຂວງຄໍາມ່ວນ ເວົ້າວ່າ:
"ພວກເຮົາ ກໍາລັງຕິດຕໍ່ ອອກແຈ້ງການ ເພາະວ່າມີ ຕໍາແຫນ່ງ ຈາກບໍລິສັດ ໄຄຢວນ ຂອງຈີນ ມີຫລາຍຕໍາແຫນ່ງ ສອງສີ່ຫ້າຮ້ອຍ ຕໍາແຫນ່ງ ດຽວນີ້ພວກເຮົາ ກໍຈະຫລຸດຜ່ອນ ການທໍາງານ ຢູ່ຕ່າງປະເທດ ຫລາຍເດ໋".
ທ່ານເວົ້າຕໍ່ໄປ ອີກວ່າ ເຖິງແມ່ນວ່າ ບໍລິສັດຈີນ ຈະນໍາຄົນງານ ຂອງຕົນ ເຂົ້າມາ ເຮັດວຽກຫລາຍ ພໍສົມຄວນ ແຕ່ຄົນງານລາວ ກໍມີໂອກາດ ຫລາຍຂຶ້ນ ຍ້ອນບໍລິສັດ ຈີນ ມີຫລາຍໂຮງງານ ແລະ ຫລາຍ ໂຄງການ ພາຍໃນ ແຂວງຄໍາມ່ວນ. ສໍາລັບ ຄົນງານລາວ ທີ່ເຂົາຕ້ອງການ ນັ້ນກໍມີ ນັບຕັ້ງແຕ່ ຂັ້ນຕໍ່າ ໄປຮອດຂັ້ນກາງ ແລະ ເຫັນວ່າມີ ສວັດດີການ ດີພໍສົມຄວນ ຊຶ່ງທາງການ ຫວັງວ່າ ຈະສາມາດ ຫລຸດຜ່ອນ ແຮງງານລາວ ທີ່ລັກລອບ ໄປເຮັດການ ໃນປະເທດ ເພື່ອນບ້ານ ໄດ້ສ່ວນນຶ່ງ.
ຄົນງານລາວ ທີ່ສົນໃຈ ຢາກເຮັດວຽກ ນໍາບໍຣິສັດ ແລະ ໂຄງການຕ່າງໆ ຂອງຈີນ ກໍໃຫ້ໄປ ຈົດຊື່ ຕາມຈຸດ ບໍຣິການ ແຮງງານ ໃນແຕ່ລະເຂດ ຢູ່ ແຂວງຄໍາມ່ວນ ເລີ້ມແຕ່ເດືອນ ມີນາ 2012 ນີ້ເປັນຕົ້ນໄປ. ທາງກົມ ແຮງງານ ແລະ ສວັດດີການ ແຂວງຄໍາມ່ວນ ຄາດວ່າ ບໍຣິສັດຈີນ ຈະນໍາຄົນງານ ຈໍານວນນຶ່ງ ໄປເຮັດວຽກ ໃນການພັທນາ ເຂດ ເສຖກິດ ສະເພາະ ພູຂຽວ ຊຶ່ງວຽກຕ່າງໆ ກໍຈະມີ ເຊັ່ນ ຊ່າງກໍ່ ຊ່າງສະເພາະ ອື່ນໆ.