ການພັທນາທີ່ເກືອບບໍ່ມີ ຜົນຕອບແທນຄົນລາວ

ໂຄງການ ພັທນາດ້ານ ອຸດສາຫະກັມ ທີ່ ປະຊາຊົນ ໂດຍທົ່ວໄປ ບໍ່ໄດ້ຮັບ ຜົນປໂຍດນໍາ ເທົ່າທີ່ຄວນ.

ຂົງເຂດຄູ້ມ ອຸດສາຫະກັມ ໃນເຊໂນ ແຂວງ ສວັນນະເຂດ ທີ່ກໍາລັງ ມີການພັທນາ Savanpark-web

ປັດຈຸບັນ ການພັທນາ ໃນລາວ ເນັ້ນໃສ່ ດ້ານເສຖກິດ ແລະ ອຸດສາຫະກັມ ຊຶ່ງຈະເຫັນໄດ້ ຈາກໂຕເມືອງ ໃຫຍ່ ທີ່ມີໂຮງຈັກ ໂຮງງານໃຫຍ່ໆ ຫລາຍເພີ້ມຂຶ້ນ ແຕ່ສໍາລັບ ຊາວລາວ ບາງຄົນຄິດວ່າ ປະຊາຊົນລາວ ສ່ວນໃຫຍ່ ອາດຈະບໍ່ໄດ້ຮັບ ຜົນປໂຍດນໍາ ໂດຍຕຣົງ ເທົ່າທີ່ຄວນ ເພາະເຫັນວ່າ ຄົນລາວ ສ່ວນຫລາຍ ຍັງມີອາຊີພ ຊາວກະສິກອນ ພໍ່ໄຮ່ພໍ່ນາ ຢູ່ຄືເກົ່າ. ຊາວແຂວງ ອຸດົມໄຊ ຜູ້ນຶ່ງ ເວົ້າວ່າ:

"ອັນນີ້ມັນເປັນ ຂໍ້ອ້າງຊື່ໆ ແຕ່ມັນກໍຍັງ ບໍ່ເປັນຮູປທັມແທ້ໆ ກໍແມ່ນຢູ່ ການພັທນາ ໂດຍຮວມ ມັນໄດ້ໂດຍຮວມ ແຕ່ວ່າຄົນ ສ່ວນໃຫຍ່ ຄົນສ່ວນນຶ່ງ ທີ່ໄດ້ຮັບ ຜົນກະທົບ ຄືການ ພັທນາ ມັນຕ້ອງໃຫ້ ຜົນປໂຍດໂດຍຮວມທັງໝົດ. ສົມມຸດວ່າ 100 ຄົນ ຈະໃຫ້ຜົນປໂຍດ 70 ແລ້ວ 30 ຄົນ ໄປໄວ້ໃສ ກໍເປັນຄົນລາວ ຄືກັນ".

ນາງເວົ້າ ຕໍ່ໄປວ່າ ທຸກມື້ນີ້ ມີການພັທນາ ເກີດຂຶ້ນຫລາຍ ແຕ່ຊາວບ້ານ ໃນເຂດ ຊົນນະບົດ ຍັງທຸກຍາກ ຢູ່ຄືເກົ່າ ບໍ່ມີຫຍັງ ປ່ຽນແປງ ມາຫລາຍ ທົສວັດແລ້ວ ຍ້ອນວ່າ ຣັຖບານ ຍັງບໍ່ສາມາດ ກະຈາຍ ການຊ່ວຍເຫລືອ ໄປທົ່ວເຖິງໄດ້. ມີບາງຄົນ ໄດ້ຮັບ ການຊ່ວຍເຫລືອ ແລະ ບາງຄົນ ກໍບໍ່ໄດ້ຮັບ. ໃນສ່ວນຕົວ ຄິດວ່າພາກຣັຖ ຄວນເອົາໃຈໃສ່ ພັທນາ ແລະ ສົ່ງເສີມ ອາຊີພຫລັກ ໃຫ້ຄົນລາວ ຢ່າງຈິງຈັງ ກ່ອນທີ່ຈະໄປ ສົນໃຈກັບ ນັກລົງທຶນ ຊາວຕ່າງຊາດ ຫລາຍເກີນໄປ ດັ່ງທີ່ເປັນຢູ່ ທຸກມື້ນີ້.

ເຈົ້າໜ້າທີ່ ທາງການ ກໍເຫັນວ່າ ປະຊາຊົນ ທຸກຄົນ ອາດຈະບໍ່ເຂົ້າໃຈ ເຖິງ ນະໂຍບາຍ ຂອງຣັຖບານ ເຈົ້າໜ້າທີ່ ກະຊວງ ອຸດສາຫະກັມ ແລະ ການຄ້າ ນະຄອນຫລວງ ວຽງຈັນ ເວົ້າວ່າ:

"ມັນເຣື່ອງ ທັມມະດາ ທີ່ເປັນປະເທດ ດ້ອຍພັທນາ ຍ້ອນວ່າເຂົາ ຢູ່ນໍາ ທັມມະຊາດ ເຂົາຍັງບໍ່ເຫັນ ເຖິງຄວາມສໍາຄັນ ຂອງການຜັນເປັນ ອຸດສາຫະກັມ ແລະ ທັນສມັຍ ມັນບໍ່ມີ ໂຮງຈັກ ໂຮງງານ ໃຫ້ເຂົາເຫັນ ເຂົາບໍ່ເຂົ້າໃຈ ມັນກໍເຣື່ອງ ທັມມະດາ ແຕ່ວ່າເມື່ອ ເຮົາໄດ້ພັທນາ ມີໂຮງຈັກ ໂຮງງານ ມີການ ບໍຣິການ ຫລາຍແນວເກີດຂຶ້ນ ມີຜູ້ເຮັດ ມີຜູ້ມີລາຍໄດ້ ມີຜູ້ມີ ຊີວິດ ການເປັນຢູ່ ດີຂຶ້ນ ເຂົາຈະເຂົ້າໃຈ".

ເຈົ້າໜ້າທີ່ ເວົ້າສລຸບວ່າ ເປັນການຍາກ ທີ່ຈະເຮັດໃຫ້ ໝົດທຸກຄົນ ເຂົ້າໃຈເຖິງ ນະໂຍບາຍ ຂອງຣັຖບານ ແຕ່ການພັທນາ ກໍເພື່ອໃຫ້ ຫລຸດຜົ້ນຈາກ ຄວາມ ດ້ອຍພັທນາ ບາງເທື່ອ ກໍອາດຈະມີ ຜູ້ຄົນໄດ້ ຮັບຜົນກະທົບ ແຕ່ກໍຕ້ອງ ເຂົ້າໃຈວ່າ ການພັທນາ ມີຄວາມສໍາຄັນ ຕໍ່ປະເທດຊາດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org